ກິດຈະກຳເຜີຍແຜ່ຂໍ້ມູນຕ້ານການສໍ້ລາດບັງຫຼວງ ໂດຍຮ່ວມມືກັບ ອົງການກວດກາລັດ ແລະ ກະຊວງໂຍທາທິການ ແລະ ຂົນສົ່ງ

ສະຖາບັນ ILSTA ໄດ້ຈັດກິດຈະກຳເຜີຍແຜ່ຂໍ້ມູນຕ້ານການສໍ້ລາດບັງຫຼວງ ໂດຍຮ່ວມມືກັບ ອົງການກວດກາລັດ ແລະ ກະຊວງໂຍທາທິການ ແລະ ຂົນສົ່ງ.
ຜ່ານກິດຈະກຳເຜີຍແຜ່ຂໍ້ມູນຕ້ານການສໍ້ລາດບັງຫຼວງ, ຜູ້ເຂົ້າຮ່ວມທັງໝົດ 120 ຄົນໄດ້ເຂົ້າຮ່ວມ ການນຳສະເໜີຫຼາຍຊຸດ ຈາກຊ່ຽວຊານຂອງ ອົງການກວດກາລັດ ແລະ ສະຖາບັນ ILSTA, ໃນຫົວຂໍ້ການຕ້ານສໍ້ລາດບັງຫຼວງ ແລະ ວຽກງານກວດກາຂອງອົງການກວດກາລັດ ໃນຂັ້ນສູນກາງ ແລະ ຂັ້ນຮາກຖານ.
ສະຖາບັນ ILSTA ໄດ້ສະໜອງໂປສເຕີ ຈຳນວນໜຶ່ງ ແລະ ວີດີໂອ ຕ້ານການສໍ້ລາດບັງຫຼວງໃຫ້ແກ່ອົງການກວດກາລັດ ແລະ ກະຊວງໂຍທາທິການ ແລະ ຂົນສົ່ງ, ເພື່ອສະໜັບສະໜູນວຽກງານໃນການຕ້ານສໍ້ລາດບັງຫຼວງ. ໃນຕອນທ້າຍຂອງກິດຈະກຳ, ສະຖາບັນ ILSTA ໄດ້ຮັບໃບຍ້ອງຍໍຈາກກະຊວງໂຍທາທິການ ແລະ ຂົນສົ່ງ ແທນຄຳຂອບໃຈໃນການສະໜັບສະໜູນ ດ້ານອຸປະກອນໂຄງສະນາ ໃນການຕ້ານການສໍ້ລາດບັງຫຼວງແກ່ກະຊວງ.
Comments are closed.