ການເຝິກອົບຮົມດ້ານກົດໝາຍ ພາກລະດູຮ້ອນ, ທີ່ເມືອງວັງວຽງ ໃນທີ 22 – 24 ຕຸລາ

ມະຫາວິທະຍາໄລລຸກຊຳບວກ ແລະ ມະຫາວິທະຍາໄລແຫ່ງຊາດລາວ ໄດ້ຮ່ວມມືໃນການຈັດ “ການເຝິກອົບຮົມດ້ານກົດໝາຍ” ຄັ້ງທຳອິດ ໂດຍເປັນການເນັ້ນໃສ່ການເຮັດບົດວິໄຈດ້ານກົດໝາຍ ທີ່ເມືອງວັງວຽງ ໃນທີ 22 – 24 ຕຸລາທີ່ຜ່ານມາ. ຜູ້ເຂົ້າຮ່ວມໃນການເຝິກອົບຮົມແບບໃໝ່ທີ່ຈັດຂຶ້ນໃນລະດູຮ້ອນນີ້ ແມ່ນລວມທັງໝົດມີ 12 ທ່ານ. ການເຝິກອົບຮົມດັ່ງກ່າວ ແມ່ນປະກອບດ້ວຍບົດບັນຍາຍທີ່ໜ້າສົນໃຈຫຼາຍບົດ ເຊັ່ນ: “ພື້ນຖານຂອງກົດໝາຍ” ແລະ “ວິທີການຄົ້ນຄວ້າດ້ານວິຊາການຂອງກົດໝາຍ” ລວມໄປເຖິງການສົນຖະນາແລກປ່ຽນ ກ່ຽວກັບວິທີການພັດທະນາຍຸດທະສາດການຄົ້ນຄວ້າດ້ານກົດໝາຍທີ່ກ່ຽວຂ້ອງ“, “ໂອກາດໃນການເຜີຍແຜ່ສຳລັບນັກຄົ້ນຄວ້າດ້ານກົດໝາຍໃນລາວ” ແລະ ບົດບັນຍາຍຕ່າງໆຂອງບັນດາຄູອາຈານທີ່ເຂົ້າຮວ່ມ. ຜູ້ເຂົ້າຮ່ວມໄດ້ນຳສະເໜີໂຄງການຄົ້ນຄວ້າຂອງພວກເຂົາເປັນພາສາອັງກິດ ແລະ ໄດ້ຮັບຄຳຄິດເຫັນ ພ້ອມທັງຄຳແນະນຳຈາກຄະນະຈາກມະຫາວິທະຍາໄລລຸຊຳບວກ, ໂດຍມີ ປອ. Stefan Braum, ດຣ. Perrine Simon, ດຣ. Relja Radovic, ທ່ານ ນາງ Nicole Citeroni, ທ່ານ ນາງ Loren Jolly ເປັນຄະນະ. ຫົວຂໍ້ທີ່ຖືກເລືອກແມ່ນລ້ວນແລ້ວແຕ່ສຳຄັນສຳລັບປະເທດລາວ, ເຊິ່ງກ່ຽວຂ້ອງກັບສິ່ງແວດລ້ອມ, ການລົງທຶນຈາກສາກົນ, ການຊ່ວຍເຫຼືອດ້ານກົດໝາຍ, ການເຂົ້າເຖິງຄວາມຍຸຕິທຳ ພ້ອມທັງກົດໝາຍຄອບຄົວ ແລະ ແຮງງານ.

ຜູ້ສະໝັກໄດ້ເຂົ້າຮ່ວມການສົນທະນາຢ່າງຫ້າວຫັນກັບມິດສະຫາຍຂອງພວກເຂົາເປັນຄັ້ງທຳອິດ. ປະສົບການທີ່ສຳເລັດໝາກຜົນນີ້ຈະຖືກຈັດຂຶ້ນໃນປີໜ້າເຊັ່ນດຽວກັນ!

  

Comments are closed.