ອົງການໄອຍະການປະຊາຊົນສູງສຸດ ແລະ ສະຖາບັນ ILSTA ໄດ້ລົງນາມໃນຂໍ້ຕົກລົງ (MoU)

ພິທີລົງນາມໃນຂໍ້ຕົກລົງຂອງການຮ່ວມມືລະຫວ່າງ ອົງການໄອຍະການປະຊາຊົນສູງສຸດຂອງ ສ. ປ. ປ. ລາວ (OSPP) ແລະ ສະຖາບັນ ຊ່ວຍເຫຼືອທາງດ້ານກົດໝາຍ ແລະ ວິຊາການ ຂອງ ປະເທດລຸກຊຳບວກ (ILSTA) ທີ່ ນະຄອນຫລວງວຽງຈັນ ວັນທີ່ 12 ເດືອນ ກັນຍາ 2016.

ສັນຍາດັ່ງກ່າວໄດ້ລົງນາມໂດຍ ທ່ານ ນາງ. ບຸນໄທ ປັນແກ້ວ ຫົວໜ້າພະແນກແຜນການ ແລະ ການຮ່ວມມືການຕ່າງປະເທດ ຂອງ ອົງການໄອຍະການປະຊາຊົນສູງສຸດ (OSPP), ແລະ ທ່ານ. ຣິດຊາດ ຟີລີບປາກ ຈາກສະຖາບັນ ຊ່ວຍເຫຼືອທາງດ້ານກົດໝາຍ ແລະ ວິຊາການ. ໃນການເຂົ້າຮ່ວມພິທີດັ່ງກ່າວໄດ້ມີ ທ່ານ ໃຊສະນะ ໂຄດພູທອນ ຮອງປະທານ ອົງການໄອຍະການປະຊາຊົນສູງສຸດ ຂອງສ. ປ. ປ. ລາວ, ແລະ ທ່ານ ຄລອດ ເຈນເກນ ອຸປະທູດ ຂອງສະຖານທູດ ລັກຊຳບວກ.

ໂຄງການຮ່ວມມືຈະດໍາເນີນການຈາກ 2016 to 2020, ໃນການສຸມໃສ່ການສະຫນອງການຝຶກອົບຮົມ ແລະ ການຍົກລະດັບປະສົບການທາງດ້ານກົດຫມາຍໃຫ້ກັບໄອຍະການ ແລະ ຂະແຫນງການທາງດ້ານກົດຫມາຍອື່ນໆ, ທີ່ກ່ຽວຂ້ອງໃນລາວ. ໃນບັນດາຂົງເຂດຈຸດສຸມຂອງກົດຫມາຍອາຍາ, ການຄ້າມະນຸດ, ການຮ່ວມມືໃນຄວາມຍຸດຕິທໍາ, ການສະກັດກັ້ນຢາເສບຕິດ, ສໍ້ລາດບັງຫຼວງ, ການປົກປ້ອງເດັກ ແລະ ຂົງເຂດທາງດ້ານກົດຫມາຍອື່ນໆ.

img_4615ospp-logo

Comments are closed.