ເຈົ້າໜ້າທີ່ຈາກ 5 ແຂວງພາກໃຕ້ເຂົ້າຮ່ວມການເຝິກອົບຮົມກ່ຽວກັບອາຊະຍາກໍາທີ່ມີການຈັດຕັ້ງ

 

  

ຖືເປັນຄັ້ງທີ່ສອງຂອງການຈັດເຝຶກອົບຮົມກ່ຽວກັບອາຊະຍາກຳທີ່ມີການຈັດຕັ້ງໃນຂອບເຂດທົ່ວປະເທດ. ເຈົ້າໜ້າທີ່ໄອຍະການຈາກ 5 ແຂວງພາກໃຕ້ ແລະ ຜູ້ພິພາກສາຈາກສານແຂວງ ເຂົ້າຮ່ວມການເຝິກອົບຮົມໃນຫົວຂໍ້ອາຊະຍາກຳທີ່ມີການຈັດຕັ້ງ ແລະ ການຟອກເງິນ ຢູ່ທີ່ປາກເຊ.

ການເຝິກອົບຮົມໄຂຂຶ້ນໃນວັນທີ 18 ມີຖຸນາ ໂດຍ ທ່ານ ຄຳກອງອຸເທນ ແກ້ວມະໂນ, ຜູ້ຊ່ວຍຫົວໜ້າ ໄອຍະການປະຊາຊົນສູງສຸດ ແລະ ທ່ານ ຄິດ ຟາກູຣາຊັນ, ຜູ້ຮັບຜິດຊອບແຜນງານ ສະຖາບັັນ ແລະ ເຈົ້າໜ້າທີ່ຈາກ ແຂວງຈໍາປາສັກ, ອັດຕະປື, ເຊກອງ, ສາລະວັນ ແລະ ສະຫວັນນະເຂດ. ການເຝິກອົບຮົມຈັດຂຶ້ນໂດຍການຮ່ວມມືລະຫວ່າງ ອັງການໄອຍະການປະຊາຊົນສູງສຸດແຫ່ງ ສປປ ລາວ ແລະ ສະຖາບັນຊ່ວຍເຫຼືອທາງດ້ານກົດໝາຍ ແລະ ວິຊາການ ລຸກຊຳບວກ ແລະ ພາຍໃຕ້ການສະໜັບສະໜູນໂດຍ ກະຊວງການເງິນປະເທດລຸກຊຳບວກ ແລະ ລັດຖະບານການາດາ.

 


ເປົ້າໝາຍຫຼັກໃນການຈັດເຝິກອົບຮົມຄັ້ງນີ້ແມ່ນ ສົ່ງເສີມຄວາມຮັບຮູ້ ແລະ ຄວາມເຂົ້າໃຈ ແລະ ຍົກໃຫ້ເຫັນເຖິງບົດຮຽນໃນການຕ້ານອາຊະຍາກຳທີ່ມີການຈັດຕັ້ງປະເພດຕ່າງໆ ທີ່ພົວພັນກັບການຟອກເງິນ. ໃນນັ້ນ, ໄດ້ມີການນໍາສະເໜີໂດຍຍົກໃຫ້ເຫັນສະພາບລວມຂອງອາຊະຍາກຳປະເພດຕ່າງໆ ເຊິ່ງລວມມີ ອາຊະຍາກຳທາງດ້ານສິ່ງແວດລ້ອມ ເຊັ່ນ, ການຄ້າສັດປ່າທີ່ຜິດກົດໝາຍ ແລະ ການຄ້າໄມ້ທີ່ຜິດກົດໝາຍ, ອາຊະຍາກໍາຮຸນແຮງ, ອາຊະຍາກໍາຢາເສບຕິດ, ອາຊະຍາກໍາເອເລັກໂທນິກ ແລະ ອາຊະຍາກຳຄໍເສື້ອຂາວ.

ຕົວແທນຈາກສຳນັກງານຂໍ້ມູນຕ້ານການຟອກເງິນຍັງໄດ້ນຳສະເໜີກ່ຽວກັບບົດບາດ ແລະ ລະບົບການເຮັດວຽກຂອງໜ່ວຍງານຕ້ານການຟອກເງິນຢູ່ໃນລາວ. ນອກນັ້ນ, ຜູ້ເຂົ້າຮ່ວມຍັງໄດ້ເຮັດວຽກເປັນກຸ່ມເພື່ອສົນທະນາແລກປ່ຽນຄວາມຄິດຄວາມເຫັນກ່ຽວກັບບັນດາກໍລະນີສຶກສາ ທີ່ບົ່ງບອກສັນຍານຂອງການຟອກເງິນ.

 

Comments are closed.