ບັນຍາຍເປີດກວ້າງ ໃນຫົວຂໍ້ ‘’ການລັກລອບເຄື່ອນຍ້າຍແຮງງານຂ້າມແດນ’’ ໂດຍ ທ່ານ ອາລີນາ ທີມຸດ, ຊ່ຽວຊານຈາກສະຖາບັນ ILSTA

ທ່ານ ອາລີນາ ທີມຸດ, ຊ່ຽວຊານຈາກສະຖາບັນ ILSTA ໄດ້ເປີດຊຸດບັນຍາຍ ໃນຫົວຂໍ້ ‘’ການລັກລອບເຄື່ອນຍ້າຍແຮງງານຂ້າມແດນ’’, ທີ່ຄະນະນິຕິສາດ-ລັດຖະສາດ, ມະຫາວິທະຍາໄລເເຫ່ງຊາດ ໃນວັນທີ 29 ພຶດສະພາ ທີ່ຜ່ານມາ.

ບົດບັນຍາຍເປີດກ້ວາງໃນຄັ້ງນີ້ ແມ່ນເຂົ້າຮວ່ມໂດຍ ບັນດານັກສຶກສາ, ຄູອາຈານ ແລະ ພະນັກງານ-ຜູ້ປະຕິບັດດ້ານກົດໝາຍ. ທ່ານ ອາລີນາ ທີມຸດ ໄດ້ແນະນຳ ຂໍ້ມູນເບື້ອງຕົ້ນທີ່ເປັນປະໂຫຍດ ກ່ຽວກັບການລັກລອບເຄື່ນຍ້າຍແຮງງານຂ້າມແດນ ແລະ ອະທິບາຍເຖິງຄວາມແຕກຕ່າງລະຫວ່າງ ການລັກລອບເຄື່ອນຍ້າຍແຮງງານຂ້າມແດນ ແລະ ການຄ້າມະນຸດ. ຜູ້ເຂົ້າຮວ່ມຮັບຟັງໃນການບັນຍາຍ ໄດ້ແລກປ່ຽນຄວາມເຂົ້າໃຈຕໍ່ກັບກໍລະນີສຶກສາ ທີ່ໄດ້ຖືກຍົກຂຶ້ນມາ ເພື່ອອະທິບາຍເຖິງຄວາມແຕກຕ່າງຂອງອາຊະຍາກຳທັງສອງ.

ເຊິ່ງພາຍຫຼັງການບັນຍາຍ ບັນດານັກສຶກສາທີ່ເຂົ້າຮ່ວມ ໄດ້ຕັ້ງຫລາຍຄຳຖາມພາຍໃຕ້ຫົວຂໍ້ ເຊິ່ງເຮັດໃຫ້ການສົນທະນາເເລກປ່ຽນ ເເລະ ຖາມ-ຕອບ ດຳເນີນໄປດວ້ຍການໂຕ້ຕອບທີ່ໜ້າສົນໃຈ.

 

Comments are closed.