ເປີດການບັນຍາຍ – ການລັກລອບເຄື່ອນຍ້າຍແຮງງານ

ຜ່ານການສືກສາໄດ້ສະແດງໃຫ້ເຫັນວ່າ: ການຄ້າມະນຸດ ສ່ວນຫລາຍແມ່ນການເຄື່ອນຍ້າຍທີ່ຜິດກົດໝາຍ ແລະ ການລັກລອບເຄື່ອນຍ້າຍແຮງງານ. 9,2 ລ້ານຄົນ ແມ່ນຖືກບັງຄັບແຮງງານ ໃນພາກພື້ນ ອາຊີປາຊີຟິກ. ໃນວັນທີ 27 ເດືອນພະຈິກ, ທ່ານ ຣິດຊາດ ຟິລິບພາດ (ILSTA) ໄດ້ຂື້ນບັນຍາຍກ່ຽວກັບ ການລັກລອບເຄື່ອນຍ້າຍແຮງງານ ແລະ ອົງປະກອບທີ່ເຊື່ອມຕໍ່ໄປເຖີງ ການຄ້າມະນຸດ. 

ໂດຍສະເພາະກໍລະນີສືກສາ ທີ່ມີຄວາມໜ້າສົນໃຈ, ອົງການສະຫະປະຊາຊາດ ໄດ້ຈັດຕັ້ງສົນທິສັນຍາວ່າດ້ວຍອາສະຍາກຳ ແລະ ຂໍ້ຜູກມັດຂອງອານຸສັນຍາ; ອານຸສັນຍາວ່າດ້ວຍການລັກລອບເຄື່ອນຍ້າຍແຮງງານ ແລະ ອານຸສັນຍາວ່າດ້ວຍ ການຄ້າບຸກຄົນ. ໃນລະຫວ່າງການບັນຍາຍແມ່ນໄດ້ມີການວິເຄາະ ທີ່ເຮັດໃຫ້ເຫັນວ່າກົດໝາຍລາວກໍສາມາດກ້າວເຂົ້າສູ່ກົດໝາຍອາຊຽນເຊັນດຽວກັບປະເທດອື່ນໆໄດ້. ມີຜູ້ເຂົ້າຮ່ວມຮັບຟັງການບັນຍາຍໃນຄັ້ງນີ້ 138 ຄົນ.

Richard Open Lect IMG_1323 IMG_1335IMG_1312

Comments are closed.