ສືບຕໍ່ ການເປີດຊຸດບັນຍາຍ ໃນເດືອນ ຕຸລາ 2016

ໃນຖານະທີ່ເປັນວິຊາການ ການເປີດຊຸດບັນຍາຍ ໃນທ້າຍເດືອນກັນຍາ ແມ່ນຈະສືບຕໍ່ ໃນຕົ້ນເດືອນ ຕຸລາ ນີ້. ບັນດາຫົວຂໍ້ທີ່ຈະນຳສະເໜີແມ່ນ “ກົດໝາຍ ວ່າດ້ວຍ ການດຳເນີນບໍລິສັດ ໃນປະເທດລາວ – ພາລະບົດບາດ ແລະ ສີ່ງທ້າທາຍ”, “ສັງລວມຈາກການປະຕິບັດຈຸດໃດໜື່ງ ຂອງ ລະບົບກົດໝາຍ”, ” ການຕໍ່ຕ້ານການ ທຸຈະລິດ – ກົດໝາຍ ແລະ ເຄື່ອງມືອື່ນໆ” ແລະ  “ລັດຖະບານ ໃນ AEC – ສີ່ງທ້າທາຍ ແລະ ໂອກາດທີ່ຈະເປັນຜູ້ນຳ ໃນ ປະຊາຄົມທຸລະກິດ”. ທຸກຫົວຂໍ້ຈະຖືກນຳເຜີຍແຜ່ໃນເດືອນ ກັນຍາ.

ທຸກການບັນຍາຍແມ່ນຈະໄດ້ຈັດຂື້ນທີ່ ອາຄານຫໍສະມຸດ, ຊັ້ນ 3 ຫ້ອງ L1 ຂອງ ຄະນະ ນິດຕິສາດ ແລະ ລັດຖະສາດ, ທີ່ບ້ານ ດອນນົກຂຸ້ມ. ການເປີດຊຸດບັນຍາຍນີ້ແມ່ນ ມີຄວາມຍີນດີ ເຊີນທຸກທ່ານທີ່ສົນໃຈກ່ຽວກັບກົດໝາຍ ສາມາດມາເຂົ້າຮ່ວມຮັບຟັງ ການບັນ ຍາຍນຳພວກເຮົາໄດ້, ແລະ ການບັນຍາຍຈະໃຊ້ເວລາປະມານ 1.5 – 2 ຊົ່ວໂມງ, ພ້ອມນີ້ຫຍັງມີອາຫານຫວ່າງໄວ້ຕ້ອນຮັບທຸກໆທ່ານດ້ວຍ. ຈຸດປະສົງຕົ້ນຕໍແມ່ນເພື່ອສະຫນອງການເປັນເວທີຂໍ້ມູນຂ່າວສານສໍາລັບທະນາຍຄວາມ, ນັກວິຊາການ, ເອກະຊົນ ແລະ ຂະແຫນງການສາທາລະນະໃນການທີ່ຈະໄດ້ແລກປ່ຽນຄວາມຄິດເຫັນ.

open-lecture-series-2016-part-2-lao

 

Comments are closed.