ເຈົ້າໜ້າທີ່ໄອຍະການ ແລະ ຜູ້ພິພາກສາເຂົ້າຮ່ວມເຝິກອົບຮົມກ່ຽວກັບອາຊະຍາກຳທີ່ມີການຈັດຕັ້ງ

ເຈົ້າໜ້າທີ່ໄອຍະການຈາກ ນະຄອນຫຼວງວຽງຈັນ, ແຂວງວຽງຈັນ, ຄໍາມ່ວນ, ຊຽງຂວາງ, ໄຊສົມບູນ ແລະ ບໍລິຄໍາໄຊ ເຂົ້າຮ່ວມການເຝິກອົບຮົມກ່ຽວກັບອາຊະຍາກຳແບບມີການຈັດຕັ້ງ ແລະ ການຟອກເງິນ ຢູ່ທີ່ທ່າລາດ, ແຂວງວຽງຈັນ ໃນວັນທີ 2 ກໍລະກົດທີ່ຜ່ານມາ. ນອກນັ້ນ, ຜູ້ພິພາກສາພາຍໃນແຂວງຍັງໄດ້ເຂົ້າຮ່ວມໃນການເຝິກອົບຮົມດັ່ງກ່າວ.

ເປົ້າໝາຍຫຼັກໃນການຈັດເຝິກອົບຮົມແມ່ນເພື່ອຮັບປະກັນຄວາມເຂົ້າໃຈກ່ຽວກັບອາຊະຍາກຳທີ່ມີການຈັດຕັ້ງ, ການພົວພັນລະຫວ່າງບັນຫາດັ່ງກ່າວກັບການຟອກເງິນ ແລະ ຍົກໃຫ້ເຫັນບົດຮຽນຈາກສາກົນໃນການຮັບມືກັບໄພຂົ່ມຂູ່ດັ່ງກ່າວ. ຜູ້ຊ່ຽວຊານໄດ້ຍົກໃຫ້ເຫັນບັນດາປະເພດອາຊະຍາກຳນັບແຕ່ ອາຊະຍາກຳສິ່ງແວດລ້ອມ, ອາຊະຍາກໍາຮຸນແຮງ, ອາຊະຍາກໍາສິ່ງເສບຕິດ, ແລະ ບັນດາອາຊະຍາກໍາທີ່ແຜ່ລາມເຊັ່ນ ອາຊະຍາກໍາເອເລັກໂຕນິກ ແລະ ອາຊະຍາກໍາຄໍເສື້ອຂາວ. ຜູ້ເຂົ້າຮ່ວມຍັງໄດ້ປຶກສາຫາລືກ່ຽວກັບກໍລະນີສຶກສາ ເພື່ອວິເຄາະສັນຍານຂອງການຟອກເງິນ. ນອກຈາກນັ້ນ, ຕົວແທນຈາກສໍານັກງານຂໍ້ມູນຕ້ານການຟອກເງິນຍັງໄດ້ນຳສະເໜີເຖິງພາລະບົດບາດ ແລະ ການເຄື່ອນໄຫວຂອງໜ່ວຍງານຕ້ານການຟອກເງິນໃນ ສປປ ລາວ.

ການເຝິກອົບຮົມໃນຄັ້ງນີ້ໃຫ້ກຽດເປັນປະທານໂດຍ ທ່ານ ຄຳກອງອຸເທນ ແກ້ວມະໂນ, ຜູ້ຊ່ວຍຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແລະ ທ່ານ ຄິດ ຟາກູຣາຊັນ, ຜູ້ຮັບຜິດຊອບແຜນງງານ ສະຖາບັນ ILSTA. ກິດຈະກໍາດັ່ງກ່າວຮ່ວມຈັດໂດຍ ອົງການໄອຍະການປະຊາຊົນສູງສຸດ ແລະ ສະຖາບັນ ILSTA ແລະ ພາຍໃຕ້ການສະໜັບສະໜູນໂດຍ ກະຊວງການເງິນປະເທດລຸກຊຳບວກ ແລະ ລັດຖະບານການາດາ.

Comments are closed.