ກອງປະຊຸມສ້າງຄວາມເຂັ້ມແຂງໃນການຕ້ານອາຊະຍາກຳຂ້າມຊາດທີ່ມີການຈັດຕັ້ງ ໃນການຕ້ານການຄ້າສິ່ງເສບຕິດ, ການຄ້າມະນຸດ ແລະ ການຟອກເງິນ ຈັດຂຶ້ນທີ່ບ້ານໂພນສະຫວັນ, ແຂວງຊຽງຂວາງ.

ກອງປະຊຸມຕິດຕາມໃນລະດັບພາກພື້ນ ເພື່ອສ້າງຄວາມເຂັ້ມແຂງໃນການຕ້ານອາຊະຍາກຳຂ້າມຊາດທີ່ມີການຈັດຕັ້ງ ໂດຍສະເພາະ ການຄ້າສິ່ງເສບຕິດ, ການຄ້າມະນຸດ ແລະ ການຟອກເງິນ ໄດ້ຖືກຈັດຂຶ້ນອີກຄັ້ງຫນຶ່ງ ໃນວັນທີ 26-28 ມິຖຸນາ ທີ່ບ້ານໂພນສະຫວັນ, ແຂວງຊຽງຂວາງ.

ກອງປະຊຸມໄດ້ເຕົ້າໂຮມເອົາເຈົ້າໜ້າທີ່ ຈາກພາກກາງລວມເຖິງຈາກແຂວງຊຽງຂວາງ, ວຽງຈັນ, ບໍລິຄຳໄຊ, ໄຊສົມບູນ ແລະ ນະຄອນຫຼວງວຽງຈັນ. ໃນກອງປະຊຸມຄັ້ງນີ້ປະກອບມີບັນດາໄອຍາການ, ເຈົ້າໜ້າທີ່ຕຸລາການ ແລະ ຜູ້ປະຕິບັດໜ້າທີ່ດ້ານກົດໝາຍ ຈາກພາກກາງລວມເຖິງຂັ້ນທ້ອງຖິ່ນ ແລະ ຊ່ຽວຊານຕ່າງປະເທດ ຈາກສະຖາບັນຊວ່ຍເຫຼືອດ້ານກົດໝາຍ ແລະ ວິຊາການ, ຈາກປະເທດການາດາ ແລະ ຕົວແທນຈາກມະຫາວິທະຍາໄລລຸກຊຳບວກ ເຂົ້າຮວ່ມຫຼາຍກວ່າ 120 ທ່ານ.

ກຸນແຈສຳຄັນຂອງກອງປະຊຸມໃນຄັ້ງນີ້ ແມ່ນແນໃສ່ນະໂຍບາຍການຕ້ານການການຟອກເງິນ ແລະ ພາກປະຕິບັດຕົວຈິງ ເຊິງໃນນັ້ນລວມມີ ກໍລະນີສຶກສາ ແລະ ການສາທິດກ່ຽວກັບແບບຢ່າງພາກປະທິບັດທີ່ດີທີ່ສຸດ ໃນການສຶບສວນດ້ານການເງິນ.

ກອງປະຊຸມໃນຄັ້ງນີ້ໄດ້ເອົາໃຈໃສ່ເປັນພິເສດກ່ຽວກັບການຕ້ານການຟອກເງິນ ໂດຍອີງຕາມການປະເມີນຜົນສຳລັບປີ 2020 ຂອງກຸ່ມຕໍ່ຕ້ານການຟອກເງິນອາຊີ – ປາຊີຟິກ, ເຊິ່ງບັນຫາດັ່ງກວ່າຈະມີຜົນກະທົບ ໃນການພັດທະນາດ້ານເສດຖະກິດສັງຄົມ ແລະ ແຮງດຶງດູດຂອງປະເທດຕໍ່ການລົງທຶນສາກົນ. ນອກຈາກນັ້ນກໍຍັງມີການສົນທະນາເຖິງ ຄວາມສໍາຄັນຂອງການຮັບຮອງເອົາ ກົດໝາຍກ່ຽວກັບການຊວ່ຍເຫຼຶອທາງດ້ານກົດໝາຍເຊິ່ງກັນ ແລະ ກັນ ໃນການປະເມີນຜົນຮວ່ມກັນ ທີ່ກຳລັງໃກ້ເຂົ້າມາໃນອານາຄົດ.

ທ່ານ ບຸນຍັງ ຈັນດາລາແສນ, ຮອງປະທານອົງການໄອຍາການປະຊາຊົນສູງສຸດ, ໄດ້ເນັ້ນໜັກໃນພີທີການກ່າວເປີດກອງປະຊຸມ ເຖິງຄວາມສຳຄັນຂອງການສະໜັບສະໜູນ ແລະ ການຊວ່ຍເຫຼືອຈາກຊ່ຽວຊານສາກົນ ໃນການຕ້ານອາຊະຍາກຳຂ້າມຊາດແບບມີການຈັດຕັ້ງ, ເນື່ອງຈາກວ່າ ບັນຫາດັ່ງກ່າວ ແມ່ນເປັນສິ່ງທ້າທາຍຫຼາຍ ຕໍ່ບັນດາປະເທດໃນຂົງເຂດອາຊີອາເວັນອອກສຽງໃຕ້.

ກອງປະຊຸມໄດ້ຮັບໃຊ້ໃນການເຜີຍແຜ່ສໍາລັບກົດຫມາຍອາຍາສະບັບປີ 2017 ແລະ ການປັບປຸງ ກົດຫມາຍວ່າດ້ວຍການດໍາເນີນຄະດີອາຍາ. ການສົນທະນາໃນກອງປະຊຸມໄດ້ສຸມໃສ່ ອົງປະກອບໃໝ່ຂອງກົດຫມາຍອາຍາ ທີ່ອະທິບາຍເຖິງການກະທຳຜິດທາງກົດໝາຍເຖິງ 335 ມາດຕາ. ກົດໝາຍທີ່ສຳຄັນໄດ້ຖືກເເຜີຍແຜ່ໃຫ້ແກ່ຜູ້ເຂົ້າຮວ່ມທັງໝົດ ລວມເຖິງເຈົ້າໜ້າທີ່ຂັ້ນແຂວງ.

ປະທານສະຖາບັນຊວ່ຍເຫຼືອດ້ານກົດໝາຍ ແລະ ວິຊາການ, ທ່ານ ຣິຊາດ ຟິລິບປາກ. ເນັ້ນວ່າ ”ອາຊະຍາກຳທີ່ມີການຈັດຕັ້ງ ແມ່ນເປັນໄພຂົ່ມຂູ່ທີ່ເພີ່ມຂຶ້ນຕໍ່ບັນດາປະເທດ. ມັນເປັນເໝືອນດັ່ງ ທຸລະກິດການຄ້າ, ທີ່ສ້າງຜົນກະທົບຢ່າງຮຸນແຮງຕໍ່ປະຊາຊົນ ແລະ ສາມາດເຮັດໃຫ້ເກີດຄວາມສ່ຽງ ດ້ານເສດຖະກິດ ແລະ ຜົນປະໂຫຍດຂອງປະເທດ,​ ພອ້ມລວມເຖິງ ຊືສຽງຂອງປະເທດໃນລະດັບສາກົນ”.

ກອງປະຊຸມໃນຄັ້ງນີ້ເປັນ ພື້ນຖານທີ່ສໍາຄັນສໍາລັບບັນດາອົງການສາກົນ ແລະ ທ້ອງຖິ່ນ ໃນການແລກປ່ຽນ, ສ້າງຄວາມອາດສາມາດ, ເປັນເຄື່ອງມືໃນການສ້າງນະໂຍບາຍ ແລະ ເພື່ອການປະສານງານຂອງອົງການຈັດຕັ້ງຕ່າງໆໃນປະເທດ. ກອງປະຊຸມດັ່ງກ່າວແມ່ນໄດ້ຮັບການສະຫນັບສະຫນູນໂດຍ ໂຄງການ LuxDev ແລະ ລັດຖະບານການາດາ.

Comments are closed.