ການຝຶກອົບຮົມ ” ການພິຈາລະນາຕັດສິນຄະດີດ້ວຍຜູ້ພິພາກສາຜູ້ດຽວ ” ຊຸດທີສອງ

ໃນຕອນເຊົ້າຂອງມື້ນີ້, ການຝຶກອົບຮົມ ” ການພິຈາລະນາຕັດສິນຄະດີດ້ວຍຜູ້ພິພາກສາຜູ້ດຽວ ” ຊຸດທີສອງ ໄດ້ຖືກໄຂຂຶ້ນຢ່າງເປັນທາງການ ສຳລັບປະທານ, ຮອງປະທານ, ຜູ້ພິພາກສາສານປະຊາຊົນເຂດໃນທົ່ວປະເທດ ຈໍານວນ 54 ທ່ານ.

ພິທີດັ່ງກ່າວໄດ້ຖືກຈັດຂຶ້ນໂດຍການຮ່ວມມືລະຫວ່າງສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມ, ສານປະຊາຊົນສູງສຸດ ແລະ ສະຖາບັນຊ່ວຍເຫຼືອດ້ານກົດໝາຍ ແລະ ວິຊາການ, ໂດຍການເປັນປະທານຮວ່ມຂອງ ທ່ານ ຄໍາພາ ແສງດາຣາ ປະທານສານປະຊາຊົນສູງສຸດ ແລະ ທ່ານ ລິຊາດ ຟີລິບປາກ ປະທານສະຖາບັນຊ່ວຍເຫຼືອດ້ານກົດໝາຍ ແລະ ວິຊາການ.

ບັນດາຫົວໜ້າກົມ, ຮອງກົມ, ຫົວໜ້າຄະນະສານ ຂອງສານປະຊາຊົນສູງສຸດ ແລະ ປະທານສານປະຊາຊົນພາກກາງ ໄດ້ເຂົ້າຮ່ວມໃນພິທີການຝຶກອົບຮົມດັ່ງກ່າວ. ທ່ານ ຄໍາພາ ແສງດາຣາ ໄດ້ຍົກໃຫ້ເຫັນວ່າ ຊຸດຝຶກອົບຮົມວຽກງານການພິຈາລະນາຕັດສີນຄະດີດ້ວຍຜູ້ພິພາກສາຜູ້ດຽວ ນັ້ນມີຄວາມໝາຍ ແລະ ຈຸດປະສົງສໍາຄັນໃນການຝຶກອົບຮົມມີຄວາມຮູ້, ຄວາມຊໍານິຊໍານານ ແລະ ພິກໄຫວ ຢູ່ໃນແຕ່ລະຂັ້ນຕອນຂອງການດໍາເນີນຄະດີ, ເປັນຕົ້ນແມ່ນ ການຄົ້ນຄວ້າຄະດີ, ການຂຽນຄໍາຕັດສີນ ແລະ ການໄຕ່ສວນຄະດີໃນທີ່ປະຊຸມສານ; ເພື່ອເຮັດໃຫ້ການພິຈາລະນາຕັດສິນມີຄວາມວ່ອງໄວ, ຖືກຕ້ອງ, ຍຸຕິທໍາ ແລະ ເປັນເອກະພາບກັນໃນທົ່ວປະເທດ.

ທ່ານ ລິຊາດ ຟີລິບປາກ, ປະທານສະຖາບັນຊ່ວຍເຫຼືອດ້ານກົດໝາຍ ແລະ ວິຊາການ ໄດ້ກ່າວຕື່ມອີກວ່າ “ ຜູ້ພິພາກສາຄົນດຽວນັ້ນຕອ້ງມີຄວາມຮັບຜິດຊອບອັນໃຫຍ່ຫຼວງ. ຕາມມາດຕາ 19 ໄດ້ລະບຸໄວ້ກ່ຽວກັບຂັ້ນຕອນການດຳເນີນຄະດີອາຍາ, ຜູ້ພິພາກສາແມ່ນມີຄວາມເອກະລາດໃນການພິຈາລະນາຄະດີ. ສະນັ້ນ, ຄວາມທ່ຽງທຳຂອງຜູ້ພິພາກສາ ແລະ ຕຸລາການແມ່ນສຳຄັນທີ່ສຸດ. ສະຖາບັນ ILSTA ຈະດຳເນີນການສະໜັບສະໜູນໃນຈັດການຝຶກອົບຮົມຄັ້ງນີ ແລະ ພັດທະນາຄູ່ມືທາງເຕັກນິກສະເພາະໃຫ້ແກ່ບັນດາຜູ້ພິພາກສາຜູ້ດຽວ “.

 

Comments are closed.