ກອງປະຊຸມພາກພື້ນຄັ້ງທີສອງກ່ຽວກັບການຕ້ານອາຊະຍາກຳທີ່ມີການຈັດຕັ້ງ, ທີ່ແຂວງຄຳມ່ວນ

ເຈົ້າໜ້າທີ່ລະດັບສູງຈາກ 6 ແຂວງພາກກາງ, ລວມມີຫ້ອງການໄອຍະການປະຊາຊົນສູງສຸດ, ສານປະຊາຊົນ, ກະຊວງປ້ອງກັນຄວາມສະຫງົບ ແລະ ສະພາທະນາຍຄວາມລາວ, ໄດ້ເຕົ້າໂຮມກັນຢູ່ເມືອງທ່າແຂກ, ແຂວງຄຳມ່ວນ ໃນວັນທີ 13 ຫາ 15 ຕຸລາ ໃນກອງປະຊຸມພາກພື້ນຄັ້ງທີສອງ ຂອງອອປສ ແລະ ສະຖາບັນ ILSTA ກ່ຽວກັບການຕ້ານອາຊະຍາກຳທີ່ມີການຈັດຕັ້ງ ໂດຍສຸມໃສ່ບັນຫາການຟອກເງິນ, ການຄ້າມະນຸດ ແລະ ການຊ່ວຍເຫຼືອເຊິ່ງກັນ ແລະ ກັນດ້ານກົດໝາຍ“.

ກອງປະຊຸມພາກພື້ນຄັ້ງທີສອງຂອງປີ 2020 ນີ້ແມ່ນຈັດຂຶ້ນ ໂດຍການເປັນປະທານຮ່ວມຂອງທ່ານ ບຸນຍັງ ຈັນດາລາສານ, ຮອງປະທານອົງການໄອຍະການປະຊາຊົນສູງສຸດ ແລະ ທ່ານ ຮິດຊາດ ຟີລິບປາກ, ປະທານສະຖາບັນ ILSTA. ທ່ານ ບຸນຍັງ ຈັນດາລາສານ ໄດ້ຍົກໃຫ້ເຫັນວ່າອາຊະຍາກຳທີ່ມີການຈັດຕັ້ງ, ໂດຍສະເພາະການຟອກເງິນ, ແມ່ນສິ່ງທ້າທາຍຕໍ່ການພັດທະນາເສດຖະກິດຂອງຊາດ ແລະ ທົ່ວໂລກ. ໃນຍຸກໂລກາພິວັດນີ້, ກຸ່ມອາຊະຍາກອນ ໄດ້ຊອກຫາທຸກວິທີທາງເພື່ອແຊກແຊງໃນລະບົບເສດຖະກິດ ແລະ ເພື່ອຜົນປະໂຫຍດແກ່ຕົນເອງ. ການຄ້າມະນຸດ ແລະ ການຟອກເງິນ ແມ່ນບັນຫາທີ່ຄຸ້ນເຄີຍໃນ ສປປ ລາວ, ເຊິ່ງໝາຍເຖິງຄວາມຈຳເປັນໃນການພັດທະນານິຕິກຳທີ່ມີຢູ່ ໂດຍສຸມໃສ່ອາຊະຍາກຳເຫຼົ່ານີ້. ສປປ ລາວ ໄດ້ປະກາດໃຊ້ ກົດໝາຍວ່າດ້ວຍການຕ້ານການຟອກເງິນ ແລະ ການຕ້ານການສະໜອງທຶນເເກ່ການກໍ່ການຮ້າຍ ແລະ ນິຕິກຳອື່ນໆ ທີ່ກ່ຽວຂ້ອງ ເຊິ່ງອຳນາດການປົກຄອງສາມາດອີງໃສ່ການດຳເນີນຄະດີ ແລະ ການຕັດສິນລົງໂທດໄດ້.”

ທ່ານ ຮິດຊາດ ຟີລິບປາກ, ປະທານສະຖາບັນ ILSTA ໄດ້ເນັ້ນໜັກວ່າການຕ້ານອາດຊະຍາກຳທີ່ມີການຈັດຕັ້ງ ຮຽກຮ້ອງໃຫ້ມີການຮ່ວມມື ທາງດ້ານສາກົນຢ່າງຫ້າວຫັນ, ການແລກປ່ຽນຈາກຫຼາຍຂະແໜງການ ແລະ ເຕັກນິກການສືບສວນທີ່ທັນສະໄໝ. ອຳນາດການປົກຄອງລັດ ຕ້ອງປັບຕົວຢ່າງວ່ອງໄວ ແລະ ສ້າງຊ່ອງທາງເພື່ອການແລກປ່ຽນຂໍ້ມູນຂ່າວສານ. ການຊ່ວຍເຫຼືອເຊິ່ງກັນ ແລະ ກັນດ້ານກົດໝາຍ ແມ່ນມີຄວາມສຳຄັນຫຼາຍ ສຳລັບການສືບສວນ, ການດຳເນີນຄະດີ ແລະ ການຕັດສິນ. ສະນັ້ນ, ພວກເຮົາຂໍຊຸກຍູ້ໃຫ້ມີການຮັບຮອງເອົາ ກົດໝາຍວ່າດ້ວຍການຊ່ວຍເຫຼືອເຊິ່ງກັນ ແລະ ກັນດ້ານກົດໝາຍໂດຍໄວ. ໃນຖານະເປັນຄູ່ພາຄີ ຂອງລັດຖະບານລາວ, ສະຖາບັນ ILSTA ຈະສືບຕໍ່ສະໜັບສະໜູນຕໍ່ກັບຄວາມພະຍາຍາມດັ່ງກ່າວ.”

ບົດບັນຍາຍ ແລະ ກິດຈະກຳຫຼາຍຢ່າງກ່ຽວກັບການຟອກເງິນ, ຕ້ານການຄ້າມະນຸດ ແລະ ຫຼັກຖານໃນຄະດີອາຍາ ແມ່ນໄດ້ນຳພາໂດຍຊ່ຽວຊານຈາກສະຖາບັນ ILSTA, ກະຊວງປ້ອງກັນຄວາມສະຫງົບ ແລະ ອົງການໄອຍະການປະຊາຊົນສູງສຸດ. ກອງປະຊຸມພາກພື້ນຄັ້ງຕໍ່ໄປຈະຖືກຈັດຂື້ນຢູ່ແຂວງພາກໃຕ້ໃນອີກຫລາຍເດືອນຂ້າງໜ້າ. ກອງປະຊຸມ ແລະ ກິດຈະກຳການເສີມສ້າງຄວາມຮູ້ດ້ານກົດໝາຍໃນທົ່ວປະເທດ ແມ່ນໄດ້ຮັບການສະໜັບສະໜູນຈາກກະຊວງການເງິນຈາກລັດຖະບານລຸກຊຳບວກ ແລະ ໂຄງການ LuxDev

 

Comments are closed.