ກິດຈະກຳການລົນນະລົງສ້າງຈິດສຳນຶກກ່ຽວກັບກົດລະບຽບໃໝ່ເພື່ອຕ້ານການຟອກເງິນ

ສຳນັກງານຂໍ້ມູນຕ້ານການຟອກເງິນ ແຫ່ງ ສປປ ລາວ (ສນຕຟງ), ກົມພາສີ, ພອ້ມກັບສະຖາບັນຊວ່ຍ ເຫຼືອດ້ານກົດ ໝາຍ ແລະ ວິຊາການ (ILSTA), ໄດ້ດຳເນີນກິດຈະກຳໃນການລົນນະລົງ ແລະ ສ້າງຈິດ ສຳນຶກທົ່ວປະ ເທດ ກ່ຽວກັບການຟອກເງິນ ໂດຍການຕິດຕັ້ງປ້າຍໃຫ້ຂໍ້ມູນຈຳນວນໜຶ່ງຢູ່ໃນບັນດາຈຸດ ຂ້າມແດນໃນ ປະເທດລາວ ເພື່ອເປັນການສ້າງຄວາມສົນໃຈ ແລະ ໃຫ້ຄວາມຮູ້ແກ່ຜູ້ເດີນທາງ ແລະ ນັກ ທອ່ງທ່ຽວ ກ່ຽວກັບລະບຽບກົດໝາຍຂອງ ສປປ ລາວ ໃນການຄອບຄອງ ແລະ ຂົນສົ່ງເງິນຕາ. ປ້າຍຂໍ້ ມູນດັ່ງກ່າວນີ້ຈະ ຖືກນຳໄປວາງໄວ້ຕາມຈຸດກວດຄົນເຂົ້າ-ອອກປະເທດ, ເຊິ່ງງ່າຍແກ່ການສັງເກດ ແລະ ຊວ່ຍໃນການເຜີຍ ແຜ່ກົດລະບຽບ ແລະ ຂໍ້ມູນ.

ທ່ານ ພອນສະຫວັນ ທຳມະສິດ, ຫົວໜ້າພະແໜກສືບສວນ-ສອບສວນ ແລະ ຕ້ານການຫຼີກລ້ຽງພາສີ, ກົມພາສີ, ກະຊວງການເງິນ,​ ທ່ານ ຈິນດາໄມ ວິໄລຫົງ, ຮອງຫົວໜ້າສຳນັກງານຂໍ້ມູນຕ້ານການຟອກເງິນ ຈາກທະນາຄານແຫ່ງ ສປປລາວ, ທ່ານ ລິຊາດ ຟິລິບປາກ, ປະທານສະຖາບັນຊວ່ຍເຫຼືອດ້ານກົດໝາຍ ແລະ ວິຊາການ, ທ່ານ ຄິດທ໌ ຟາຄູຮາຊັນ, ຊ່ຽວຊານຈາກສະຖາບັນຊວ່ຍເຫຼືອດ້ານກົດໝາຍ ແລະ ວິ ຊາການ, ໄດ້ຮວ່ມກັນມອບປ້າຍຂໍ້ມູນຢ່າງເປັນທາງການໃຫ້ແກ່ບັນດາເຈົ້າໜ້າທີ່ພາສີ.​

ການຮວ່ມມືລະຫວ່າງສະຖາບັນຊວ່ຍເຫຼືອດ້ານກົດໝາຍ ແລະ ວິຊາການ, ສນຕຟງ ແລະ ກົມພາສີໃນ ສປປ ລາວ ແມ່ນສຸມໃສ່ການພັດທະນາປະສິດຕິພາບຂອງກົດໝາຍແຫ່ງຊາດ, ນະໂຍບາຍ ແລະ ຂໍ້ບັງ ຄັບໃຊ້ຕໍ່ການຕ້ານການຟອກເງິນ (AML). ກຸນແຈສໍາຄັນໃນການສະໜັບສະໜູນອຳນາດການປົກຄອງ ໃນການສ້າງກອບກົດໝາຍຕໍ່ຕ້ານການຟອກເງິນທີ່ມີປະສິດຕິພາບໃນລາວ ແມ່ນການເພີ່ມຄວາມຕື່ນຕົວ ແລະ ຮັບຮູ້ດ້ານຂໍ້ມູນໃຫ້ແກ່ເຈົ້້າໜ້າທີ່, ນອກຈາກນັ້ນ ການພັດທະນາຢ່າງຄຽງຄູ່ໃນການປະຕິບັດຕາມ ມາດຕະຖານສາກົນ ແລະ ການບັງຄັບໃຊ້ກົດໝາຍລາວ ກໍຖືເປັນຈຸດສຳຄັນເຊັ່ນດຽວກັນ.

ໜຶ່ງໃນກິດຈະກຳທີ່ສຳຄັນທີ່ສຸດຂອງສະຖາບັນຊວ່ຍເຫຼືອດ້ານກົດໝາຍ ແລະ ວິຊາການ ແມ່ນເພື່ອສະໜັບ ສະໜູນເຈົ້າໜ້າທີ່ລາວ ໃນການເຜີຍແຜ່ດ້ານຂໍ້ມູນ ແລະ ກົດລະບຽບເພື່ອຕ້ານການຟອກເງິນ, ການສະ ໜັບສະໜູນການເຜີຍແຜ່ຂໍ້ມູນດັ່ງກ່າວນີ້ ແມ່ນເພື່ອຫວັງທີ່ຈະກະຕຸ້ນການໄດ້ຮັບຂໍ່ມູນຂອງປະຊາຊົນລາວ ແລະ ຕ່າງປະເທດ ໃນຕາມສະໜາມບິນ ແລະ ບັນດາຈຸດຂ້າມແດນຕ່າງໆ ຕໍ່ລະບຽບການ ແລະ ພັນທະ ທີ່ຈະຕ້ອງແຈ້ງຕໍ່ເຈົ້າໜ້າທີ່ ຖ້າຄອບຄອງເງິນສົດ ແລະ ສິ່ງທີ່ມີຄ່າຕ່າງໆ ທີ່ມີມູນຄ່າຫຼາຍກວ່າ 12,000 ໂດລາ ໃນເວລາເດີນທາງ.

ລະບຽບວ່າດວ້ຍການແຈ້ງເງິນສົດ, ວັດຖຸມີຄ່າ ແລະ ເຄື່ອງມືທາງດ້ານການເງິນ ໃນເວລາເຂົ້າ-ອອກ ສປປ ລາວ ສະບັບເລກທີ 06/ຄຕຟງ, ປີ 2015 ໄດ້ຖືກວາງອອກເພື່ອຂະຫຍາຍຄວາມ ມາດຕາ 33 ວ່າດວ້ຍ ການແຈ້ງເງິນສົດ, ວັດຖຸມີຄ່າ ແລະ ເຄື່ອງມືທາງດ້ານການເງິນ ໃນເວລາເຂົ້າ-ອອກປະເທດ ແລະ ມາດຕາ 34 ວາດວ້ຍການກວດກາຂອງເຈົ້າໜ້າທີ່ພາສີຢູ່ຊາຍແດນ ພາຍໃຕ້ກົດໝາຍວ່າດວ້ຍ ການຕ້ານການຟອກ ເງິນ ແລະ ການສະກັດກັ້ນການສະໜອງທຶນໃຫ້ແກ່ກໍ່ການຮ້າຍ, ໂດຍມີວັດຖຸປະສົງສູງສຸດໃນການເສີມ ສ້າງຄວາມເຂັ້ມແຂງດ້ານວຽກງານບັງຄັບໃຊ້ກົດໝາຍ.

ອີງຕາມກົດໝາຍ, ຜູ້ເດີນທາງ ຫຼື ຜູ້ໂດຍສານທີ່ຖືເງິນສົດ, ວັດຖຸທີ່ມີຄ່າ, ເຄື່ອງມືທາງດ້ານການເງິນ ໃນເວລາເຂົ້າ-ອອກປະເທດ ທີ່ມີມູນຄ່າ 1 ຮອ້ຍລ້ານກີບ ຫຼື ຫຼາຍກວ່າ, ໃນເວລາເຂົ້າ ຫຼື ອອກ ສປປ ລາວ ຈຳເປັນຕ້ອງແຈ້ງຕໍ່ເຈົ້າໜ້າທີ່ພາສີ ໃນດ່ານກວດທີ່ມີໃບອະນູຍາດກວດກາ ຈາກກະຊວງການເງິນ. ເຈົ້າໜ້າທີ່ພາສີຕາມດ່ານກວດ ສາມາດກວດກາ, ນັບ ແລະ ຮັບປະກັນຄວາມເປັນຈິງ ແລະ ຄວາມສອດ ຄອ່ງໃຫ້ແກ່ການແຈ້ງຂອງຜູ້ເດີນທາງ.

ກ່ອນຂະບວນການປະເມີນຜົນຮ່ວມຂອງຄະນະປະຕິບັດງານດ້ານການເງິນທີ່ຈະເລີ່ມຂຶ້ນໃນປີ 2020, ສປປ ລາວ ກໍໄດ້ເນັ້ນພະຍາຍາມໃນການຂັບຄັບໃຊ້ດ້ານກົດໝາຍ, ລວມເຖິງ ການເຜີຍແຜ່ຂໍ້ມູນຢ່າງ ກວ້າງຂວາງກ່ຽວກັບກົດລະບຽບໃໝ່ຕໍ່ການຕ້ານການຟອກເງິນ. ຄໍາແນະນຳທີ່ວາງອອກໂດຍຄະນະ ປະຕິ ບັດງານດ້ານການເງິນ (FATF) ໄດ້ກຳນົດເອົາຄວາມຍຸຕິທຳທາງອາຍາ ແລະ ມາດຕະການດ້ານກົດລະ ບຽບທີ່ຄວນຖືກນຳໃຊ້ເພື່ອຕ້ານການຟອກເງິນ. ຄຳແນະນຳຂອງ FATF ແມ່ນໄດ້ຖືກຍອມຮັບໃຫ້ເປັນ ມາດຕະຖານຕ້ານດ້ານການຟອກເງິນ ແລະ ການຕ້ານການສະໜອງທຶນໃຫ້ແກ່ການກໍ່ການຮ້າຍທົ່ວໂລກ. ປະເທດລາວ ເປັນໜຶ່ງໃນສະມາຊິກຂອງ FATF, ຈຳເປັນຕ້ອງພິຈາລະນາຄຳແນະນຳໃນຂະນະດຽວກັນ ທີ່ພວມດັດປັບບັນດາເຄື່ອງມື ແລະ ນະໂຍບາຍດ້ານກົດໝາຍຂອງຊາດ.

ການປະຕິບັດງານດັ່ງກ່າວແມ່ນມີຄວາມເປັນໄປໃດ້ ໂດຍໄດ້ຮັບການສະໜັບສະໜູນໂດຍ ກະຊວງການ ເງິນແຫ່ງປະເທດລຸກຊຳບວກ ແລະ ລັດຖະບານຂອງປະເທດການາດາ.

Comments are closed.