ພິທີສະເຫຼີມສະຫຼອງວັນຕ້ານການສໍ້ລາດບັງຫຼວງສາກົນຄົບຮອບ 16 ປີ

ວັນຕ້ານການສໍ້ລາດບັງຫຼວງສາກົນ ແມ່ນຖືກຈັດຂື້ນໃນວັນທີ 9 ທັນວາ ຂອງທຸກໆປີ, ເຊິ່ງເລີ່ມມານັບຕັ້ງແຕ່ການຮັບຮອງເອົາສົນທິສັນຍາສະຫະປະຊາຊາດວ່າດ້ວຍການຕ້ານການສໍ້ລາດບັງຫຼວງ (UNCAC), ເພື່ອປູກຈິດສຳນຶກກ່ຽວກັບການຕ້ານການສໍ້ລາດບັງຫຼວງ ແຕ່ວັນທີ 31 ຕຸລາ 2003 ທີ່ຜ່ານມາ.

ປະເທດລາວໄດ້ໃຫ້ສັດຕະຍາບັນແກ່ UNCAC ໃນປີ 2009 ແລະ ການຕ້ານການສໍ້ລາດບັງຫຼວງ ແມ່ນເປັນອີກໜຶ່ງໃນຄວາມສຳຄັນລະດັບຊາດ ເພື່ອການດຳເນີນການກາຍເປັນລັດແຫ່ງກົດໝາຍ.

ມື້ນີ້ໃນພິທີສະເຫຼີມສະຫຼອງວັນຕ້ານການສໍ້ລາດບັງຫຼວງສາກົນຄົບຮອບ 16 ປີ, ທ່ານ ບຸນທອງ ຈິດມະນີ, ຮອງນາຍົກລັດຖະມົນຕີ ໄດ້ກ່າວວ່າ ” ໃນໂອກາດອັນລໍ້າຄ່ານີ້, ໃນນາມລັດຖະບານລາວ, ອົງການກວດກາສູນກາງ ແລະ ອົງການຕ້ານການສໍ້ລາດບັງຫຼວງ ແລະ ໃນນາມຂອງຂ້າພະເຈົ້າເອງ, ຂ້າພະເຈົ້າຂໍຮຽກຮ້ອງໃຫ້ທຸກອົງການຈັດຕັ້ງ, ທັງພາຍໃນ ແລະ ຕ່າງປະເທດ, ພົນລະເມືອງລາວ, ຜູ້ອົບພະຍົບທີ່ເຮັດວຽກຢູ່ໃນ ສປປ ລາວ ຈົ່ງຮ່ວມມືກັນຢ່າງເຂັ້ມແຂງໃນການຕິດຕາມ, ກວດກາ, ປ້ອງກັນ ແລະ ຕ້ານການສໍ້ລາດບັງຫຼວງໃນທຸກຮູບແບບ “

ເນື່ອງໃນໂອກາດນີ້, ສະຖາບັນ ILSTA ແມ່ນໄດ້ເປັນພາກສວ່ນຫນຶ່ງໃນການປະຕິບັດ ໂດຍຮວ່ມມືກັບລັດຖະບານແຫ່ງ ສປປ ລາວ ເພື່ອສ້າງສະຕິລະວັງຕົວ ແລະ ສົ່ງເສີມແຮງກະຕຸ້ນໃນການຕ້ານການສໍ້ລາດບັງຫຼວງ.

ອົງການກວນກາລັດ ແລະ ຕ້ານການສໍ້ລາດບັງຫຼວງ ເປັນໜຶ່ງໃນບັນດາຄູ່ຮ່ວມມືທີ່ສຳຄັນຂອງ ສະຖາບັນ ILSTA ຕັ້ງແຕ່ປີ 2015. ພວກເຮົາຫວັງເປັນຢ່າງຍິ່ງ ວ່າຈະໄດ້ສະໜັບສະໜູນແຜນການດຳເນີນງານຮ່ວມກັນໃນຂອບເຂດທົ່ວປະເທດໃນຊຸມປີຕໍ່ໜ້າ.

Comments are closed.