ການພັດທະນາຫໍສະໝຸດອີເລັກໂຕຣນິກ E-library ທີ່ຄະນະນິຕິສາດ ແລະ ລັດຖະສາດ, ມະຫາວິທະຍາໄລແຫ່ງຊາດລາວ

ມະຫາວິທະຍາໄລລຸກຊຳປວກໄດ້ສືບຕໍ່ສະໜັບສະໜູນການພັດທະນາຫໍສະໝຸດອີເລັກໂຕຣນິກ E-library. ການເຝິກອົບຮົມຄັ້ງທີ 2 ພາຍໃຕ້ຫົວຂໍ້ ‘ວິທີການນຳໃຊ້ຫໍສະໝຸດອີເລັກໂຕຣນິກ’ ຊຶ່ງໄດ້ຈັດຂຶ້ນທີ່ຄະນະນິຕິສາດ ແລະ ລັດຖະສາດ ໃນວັນທີ 17 ມິຖຸນາທີ່ຜ່ານມາ. ຜູ້ເຂົ້າຮ່ວມທັງໝົດ 13 ຄົນໄດ້ເຂົ້າຮ່ວມການເຝິກອົບຮົມທາງອອນລາຍ ຫຼື ທາງໄກ ໂດຍແມ່ນ ທ່ານນາງ ເຈເວເຈນນິຕ້າ ຈາກ EIFL ເປັນຜູ້ນຳການບັນຍາຍຜ່ານ Zoom. ໃນຂະນະດຽວກັນ, ເຈົ້າໜ້າທີ່ປະສານງານຂອງ FDEF ກໍໄດ້ເຂົ້າຮ່ວມເພື່ອຊ່ວຍເຫຼືອຜູ້ເຂົ້າຮ່ວມໃນຄັ້ງນີ້. ຫໍສະໝຸດອີເລັກໂຕຣນິກເປັນເຄື່ອງມືສຳຄັນເພື່ອເສີມສ້າງການເຂົ້າເຖິງຄວາມຮູ້ ແລະ ເປັນມືສຳຄັນຂອງບັນດາອາຈານໃນການກະກຽມການສອນ ແລະ ເຮັດບົດວິໄຈ.
E-library ແມ່ນ ຫໍສະໝຸດໃນຮູບແບບອີເລັກໂຕຣນິກ ຫຼື ດິຈິຕໍທີ່ສາມາດເຂົ້າເຖິງຜ່ານອິນເຕີເນັດ ເຮັດໃຫ້ເຮົາໄດ້ເຂົ້າເຖິງຖານຂໍ້ມູນ ປະກອບທັງປຶ້ມ (ປຶ້ມເອເລັກໂຕຣນິກ), ບົດຄວາມວິຊາການ ແລະ ອີກຫຼາຍແຫຼ່ງຂໍ້ມູນ ເຊັ່ນວ່າ ວາລະສານ ແລະ ໜັງສືພິມ. ເຂົ້າໄປຢ້ຽມຢາມເວັບໄຊຂອງ ຄນລ ໄດ້ທີ: http://flp.nuol.edu.la/e-library/

 

Comments are closed.