ການທົບທວນຄືນທ້າຍປີຂອງໂຄງການລາວ/031

ສະຖາບັນຊ່ວຍເຫຼືອທາງດ້ານກົດໝາຍ ແລະ ວິຊາການ, ສະຖານທູດລຸກຊໍາບວກປະຈຳ ສປປ ລາວ, ກະຊວງຍຸຕິທຳ, ມະຫາວິທະຍາໄລແຫ່ງຊາດ ແລະ ຫ້ອງການ Luxdev ລາວ ໄດ້ພົບປະໃນມື້ວານນີ້ ໃນກອງປະຊຸມທົບທວນວຽກງານປະຈຳປີ 2020 ແລະ ກອງປະຊຸມຄະນະຊີ້ນຳໂຄງການລາວ/031.

ການທົບທວນຄືນທ້າຍປີຂອງໂຄງການລາວ/031 ໄດ້ແນໃຫ້ເຫັນເຖິງຜົນສຳເລັດໃນການຈັດຕັ້ງປະຕິບັດ ແລະ ການເສີມສ້າງ-ນຳໃຊ້ນະວັດຕະກຳໃໝ່ໆ ໃນການສົ່ງເສີມການເຂົ້າເຖິງຄວາມຍຸດຕິທຳ, ພ້ອມທັງ ການເສີມສ້າງຄວາມເຂັ້ມແຂງດ້ານການສຶກສາ ແລະ ການຝຶກອົບຮົມດ້ານກົດໝາຍໃນ ສປປ ລາວ ໃນກ່ອນ ແລະ ລະຫວ່າງໂຄວິດ-19. ຜົນສຳເລັດຂອງກິດຈະກຳໂຄງການລາວ/031 ໃນປີ 2020 ຊີ້ວັດໃຫ້ເຫັນເຖິງຈຳນວນທີ່ເພີ່ມຂຶ້ນຂອງຜູ້ທີ່ໄດ້ຮັບການສະໜັບສະໜຸນດ້ານກົດໝາຍ ແລະ ການເພີ່ມຂຶ້ນຂອງບັນດາກິດຈະກຳທີ່ໄດ້ຖືກຈັດຕັ້ງປະຕິບັດໂດຍ ສະຖາບັນ ILSTA ແລະ ໂຄງການລາວ/031.
 


Comments are closed.