ກອງປະຊຸມລາຍງານການເຄື່ອນໄຫວກາງປີ 2020 ຂອງ ໂຄງການລາວ/031

ໃນກອງປະຊຸມລາຍງານການເຄື່ອນໄຫວກາງປີ 2020 ຂອງ ໂຄງການລາວ/031 ໄດ້ມີການທົບທວນຄືນກິດຈະກຳຕ່າງໆຂອງໂຄງການພາຍໃນໄລຍະເວລາ 8 ເດືອນທີ່ຜ່ານມາ. ພະນະທ່ານ ແຊມ ເຊຣນເນີ, ອຸປະທູດ ຈາກ ສະຖານທູດແຫ່ງລຸກຊຳບວກ ປະຈຳ ສປປ ລາວ ໄດ້ກ່າວເນັ້ນເຖິງຜົນສຳເລັດຂອງການຈັດຕັ້ງປະຕິບັດແຜນງານ ແລະ ການເສີມສ້າງກິດຈະກຳໃໝ່ໆຂອງ ສະຖາບັນຊ່ວຍເຫຼືອທາງດ້ານກົດໝາຍ ແລະ ວິຊາການ ແລະ ໂຄງການລາວ/031 ເຊິ່ງໄດ້ຈັດຕັ້ງປະຕິບັດກິດຈະກຳຂອງໂຄງການໃຫ້ສຳເລັດຜົນຢ່າງຕໍ່ເນື່ອງໃນຊ່ວງໄລຍະການແຜ່ລະບາດຂອງພະຍາດໂຄວິດ-19. ບັນດາຄູ່ຮ່ວມມືຈາກອົງການຈັດຕັ້ງລັດ ໄດ້ຮັບຮູ້ເຖິງຜົນສຳເລັດດັ່ງກ່າວ ພ້ອມທັງສະແດງຄວາມຂອບໃຈຕໍ່ການສືບຕໍ່ເຄື່ອນໄຫວກິດຈະກຳໃຫ້ດີເທົ່າທີ່ຈະເປັນໄປໄດ້ ໃນລະຫວ່າງການແຜ່ລະບາດຂອງພະຍາດໂຄວິດນີ້.

ຮັບຊົມວິດີໂອ ກ່ຽວກັບກິດຈະກຳຂອງສະຖາບັນ ILSTA ໃນປີ 2019 ຫາ 2020 ໃດ້ທີ່: https://www.youtube.com/watch?v=1yq0v6hDYF4&t=4s

Comments are closed.