ການເຝິກອົບຮົມສຳລັບຜູ້ຊ່ວຍໄອຍະການ ໃນຫົວຂໍ້ກ່ຽວກັບ “ການຄ້າມະນຸດ ແລະ ການຟອກເງິນ”

ໃນວັນທີ 20-21 ມັງກອນທີ່ຜ່ານມາ, ການເຝິກອົບຮົມສຳລັບຜູ້ຊ່ວຍໄອຍະການ ໃນຫົວຂໍ້ກ່ຽວກັບການຄ້າມະນຸດ ແລະ ການຟອກເງິນ ໄດ້ຖືກຈັດຂຶ້ນ ແລະ ເຕົ້າໂຮມເອົາບັນດາພະນັກງານວິຊາການ ຈຳນວນ 56 ທ່ານຈາກແຂວງບໍລິຄຳໄຊ, ວຽງຈັນ ແລະ ນະຄອນຫຼວງວຽງຈັນ ເພື່ອກະກຽມຄວາມພ້ອມສູ່ການກ້າວໄປເປັນຜູ້ຊ່ວຍໄອຍະການ.
ການເຝິກອົບຮົມດັ່ງກ່າວແມ່ນນຳພາໂດຍ ຊ່ຽວຊານຈາກສະຖາບັນຊ່ວຍເຫຼືອດ້ານກົດໝາຍ ແລະ ວິຊາການ (ILSTA), ທ່ານ ຄິດ ຟາຄູຮາຊັນ ແລະ ທ່ານນາງ ອາລິນາ ທີມຸດ. ທິດສະດີກ່ຽວກັບການຄ້າມະນຸດ ແລະ ການຟອກເງິນ ແມ່ນຖືກນຳສະເໜີຄຽງຄູ່ກັບການເຮັດກິດຈະກຳຜ່ານພາກປະຕິບັດ ໂດຍອີງໃສ່ກໍລະນີສຶກສາ. ບັນດາຜູ້ເຂົ້າຮ່ວມໄດ້ຜ່ານການເຮັດກິດຈະກຳຈຳລອງສຳພາດຜູ້ຖືກເຄາະຮ້າຍຂອງການຄ້າມະນຸດ ລວມໄປເຖິງການສົນທະນາກ່ຽວກັບກົນໄກການແລກປ່ຽນຂໍ້ມູນ, ການສືບສວນ-ສອບສວນທາງດ້ານການເງິນ ແລະ ການຮັບຊົມວິດີໂອຕົວຢ່າງຂອງສານຈຳລອງ.
ການເຝິກອົບຮົມແມ່ນໄດ້ຖືກດຳເນີນໄປຢ່າງຄຶກຄື້ນ, ຜູ້ເຂົ້າຮ່ວມມີຄວາມກະຕືນລືລົ້ນໃນການສົນທະນາ ແລະ ແລກປ່ຽນຄວາມຮູ້ໃນກິດຈະກຳຖາມ-ຕອບໃນການປະເມີນສິ່ງທີ່ໄດ້ຮຽນຮູ້ໃນເວລາສອງມື້ທີ່ຜ່ານມາ. ສະຖາບັນ ILSTA ຂໍອວຍພອນໃຫ້ບັນດາພະນັກງານວິຊາການທຸກຄົນໂຊກດີ ແລະ ປະສົບຜົນສຳເລັດໃນການສອບເສັງເພື່ອໄປເປັນຜູ້ຊ່ວຍພະນັກງານໄອຍາການໃນໄວໆນີ້.
Comments are closed.