ແມ່ນໃຜແດ່ທີ່ມີສ່ວນຮ່ວມໃນສານອາຍາ?

ໃນວັນພຸດ ທີ 23 ພຶດສະພາ ທີ່ຜ່ານມາ, ດຣ. ເຮເລັນ ເດີ ກີສ,              ຜູ້ປະສານງານ ຂອງມະຫາວິທະຍາໄລລຸກຊຳບວກປະຈຳນະຄອນຫຼວງວຽງຈັນ ໄດ້ໃຫ້ການບັນຍາຍກ່ຽວກັບ ຫົວຂໍ້ “ແມ່ນໃຜແດ່ທີ່ມີສ່ວນຮ່ວມໃນສານອາຍາ.” ການບັນຍາຍຖືເປັນໜຶ່ງໃນຂົງເຂດການຮ່ວມມືລະຫວ່າງ ສະຖາບັນຊ່ວຍເຫຼືອທາງດ້ານກົດໝາຍ ແລະ ວິຊາການ (ILSTA) ແລະ ຄະນະນິຕິສາດ ແລະ ລັດຖະສາດ, ມະຫາວິທະຍາໄລແຫ່ງຊາດ.

ດຣ. ເຮເລັນ ໄດ້ອະທິບາຍເຖິງບົດບາດສຳຄັນຂອງຜູ້ທີ່ມີສ່ວນຮ່ວມໃນການດຳເນີນຄະດີອາຍາ ນັບຕັ້ງແຕ່ຜູ້ພິພາກສາ ຈົນເຖິງ ຈຳເລີຍ.          ຄູອາຈານ ແລະ ນັກສຶກສາ ຫຼາຍກວ່າ 120 ທ່ານ ໄດ້ເຂົ້າຟັງການບັນຍາຍໃນຄັ້ງນີ້ ເຊິ່ງນັກສຶກສາກໍໃຫ້ຄວາມສົນໃຈຫຼາຍ ສະແດງອອກຜ່ານການສົນທະນາແລກປ່ຽນ ຖາມ-ຕອບ ກ່ອນການບັນຍາຍສິ້ນສູດລົງ.

Comments are closed.