ການຝຶກອົບຮົມກ່ຽວກັບການລະບຸການຄ້າມະນຸດ

ການຝຶກອົບຮົມກ່ຽວກັບການລະບຸການຄ້າມະນຸດໄດ້ຖືກຈັດຂຶ້ນໃນວັນທີ 7 ພະຈິກ ທີ່ຜ່ານມາ ໂດຍສະຖາບັນຊ່ວຍເຫຼືອດ້ານກົດໝາຍ ແລະ ວິຊາການ ຮ່ວມກັບ ອົງການໄອຍະການປະຊາຊົນສູງສຸດແຫ່ງ ສປປ ລາວ.

ການຝຶກອົບຮົມໃນຄັ້ງນີ້ແມ່ນພາກສ່ວນໜຶ່ງຂອງຊຸດການຝຶກອົບຮົມວຽກງານໄອຍະການ ແລະ ຕ້ານອາຊະຍາກຳຂ້າມຊາດທີ່ມີການຈັດຕັ້ງ ໃຫ້ແກ່ພະນັກງານວິຊາການທີ່ກຽມເປັນຜູ້ຊ່ວຍພະນັກງານໄອຍະການ. ທ່ານ ຈອນ ຄອນນໍລີ, ຫົວໜ້າຝ່າຍສື່ສານ ແລະ ເລຂາທິການຄະນະບໍລິຫານສະຖາບັນ ILSTA ແລະ ທ່ານນາງ ອາລິນາ ຕີມຸດສ໌ ໄດ້ດຳເນີນບົດນຳສະເໜີຫຼາຍບົດກ່ຽວກັບການຄ້າມະນຸດ ແລະ ແນະນຳໃນບົດສົນທົນທະນາແລກປ່ຽນກ່ຽວກັບກໍລະນີສຶກສາ ເພື່ອຊວ່ຍໃນການລະບຸການຄ້າມະນຸດ. ເຊັ່ນດຽວກັນ, ບັນດາຜູ້ເຂົ້າຮ່ວມທຸກຄົນ ກໍໄດ້ປະກອບສວ່ນໃນກິດຈະກຳໃນການເຮັດວຽກເປັນກຸ່ມ ແລະ ການຖາມ-ຕອບໄດ້ຢ່າງຄຶກຄື້ນ.

Comments are closed.