ການເຝິກອົບຮົມກັບບັນດາສະຖາບັນຍຸຕິທຳແຂວງຫຼວງພະບາງ

ສະຖາບັນ ILSTA ຮ່ວມກັບຄະນະນຳຂັ້ນສູງ ລົງໄປຢ້ຽມຢາມແຂວງຫຼວງພະບາງ ລະຫວ່າງວັນທີ 13-16 ສິງຫາ ເພື່ອຕິດຕາມການເຄື່ອນໄຫວຂອງບັນດາສະຖາບັນຍຸຕິທຳແຂວງ ພາຍຫຼັງກອງປະຊຸມທີ່ໄດ້ຈັດຂຶ້ນໃນຕົ້ນປີ 2018. ການລົງຢ້ຽມຢາມໃນຄັ້ງນີ້ລວມມີ ອະດີດຮອງລັດຖະມົນຕີ ກະຊວງຍຸຕິທຳ, ທ່ານ ເກດ ກຽດຕິສັກ ແລະ ອະດີດຮອງປະທານ ອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ, ທ່ານ ລັງສີ ສີບຸນເຮືອງ. ການຢ້ຽມຢາມທັງ 3 ມື້ ແມ່ນໄດ້ພົບປະກັບ ເຈົ້າໜ້າທີ່ຈາກພະແນກຍຸຕິທຳແຂວງ, ສານປະຊາຊົນ 3 ແຫ່ງ, ສະພາທະນາຍຄວາມປະຈຳທ້ອງຖິ່ນ ແລະ ອົງການໄອຍະການປະຊາຊົນແຂວງ. ໃນລະຫວ່າງການຈັດເຝຶກອົບຮົມກັບ ພະແນກຍຸຕິທຳແຂວງ, ທ່ານ ເກດ ໄດ້ຢ້ຳເຖິງເປົ້າໝາຍຫຼັກຂອງ ສປປ ລາວ ໃນການກ້າວໄປສູ່ລັດແຫ່ງກົດໝາຍ ແລະ ກໍໄດ້ເນັ້ນໜັກຕື່ມເຖິງຄວາມສຳຄັນຂອງທະນາຍຄວາມໃນການແກ້ໄຂບັນຫາໃນສັງຄົມ, ເພິ່ນກ່າວຕື່ມວ່າ ໂດຍທົ່ວໄປປະຊາຊົນຈຳນວນຫຼາຍຍັງຂາດຄວາມເຂົ້າໃຈເຖິງບົດບາດອັນສຳຄັນຂອງທະນາຍຄວາມຢູ່ໃນສັງຄົມ.

Comments are closed.