ຊ່ຽວຊານກົດໝາຍ ປຶກສາຫາລືຮ່າງ ມະຕິວ່າດ້ວຍການດຳເນີນຄະດີປົກຄອງ

ສານປະຊາຊົນສູງສູດ ແລະ ສະຖາບັນເພື່ອການຊ່ວຍເຫຼືອດ້ານກົດໝາຍ ແລະ ວິຊາການ (ILSTA) ໄດ້ຮວບຮວມເອົາ ຊ່ຽວຊານກົດໝາຍອາວຸໂສ ຈຳນວນ 30 ກ່ວາທ່ານ ທີ່ມາຈາກ ສານປະຊາຊົນສູງສຸດ, ກຳມາທິການກົດໝາຍສະພາແຫ່ງຊາດ, ກະຊວງຍຸຕິທຳ, ອົງການກວດກາລັດ, ອົງການໄອຍະການປະຊາຊົນສູງສຸດ, ຄະນະນິຕິສາດ ແລະ ລັດຖະສາດ ຂອງມະຫາວິທະຍາໄລແຫ່ງຊາດ ພ້ອມທັງ ຊ່ຽງຊານຈາກ ສະຖາບັນ ILSTA ເພື່ອມາປຶກສາຫາລື ປະກອບຄຳເຫັນໃສ່ຮ່າງມະຕິ ຄະນະປະຈຳ ສະພາແຫ່ງຊາດ ວ່າດ້ວຍການດຳເນີນຄະດີປົກຄອງ ທີ່ແຂວງວຽງຈັນ.

ກອງປະຊຸມສຳມະນານີ້ ສະໜອງທຶນໂດຍກະຊວງການເງິນ ລຸກຊຳບວກ ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ສຈ ເກັດ ກຽດຕິສັກ ຊ່ຽວຊານກົດໝາຍ ອາວຸໂສ ແລະ ຮອງລັດຖະມົນຕີກະຊວງຍຸຕິທຳ ແລະ ທ່ານ ຣິຊາດ ຟິລີບປາດ ຫົວໜ້າສະຖາບັນ ILSTA ແລະ ມີເປົ້າໝາຍ ເຮັດໃຫ້ສຳເລດການປຶກສາຫາລືປະກອບຄຳເຫັນໃສ່ຮ່າງມະຕິ ກ່ອນທີ່ຈະສົ່ງໃຫ້ສະມາຊິກສະພາແຫ່ງຊາດ ປະກອບຄຳເຫັນໃນສະໄໝປະຊຸມຄັ້ງຖັດໄປ. ໜ້າວຽກໃນການກະກຽມຮ່າງມະຕິດັ່ງກ່າວ ແມ່ນໄດ້ຈັດໃຫ້ມີການປຶກສາຫາລືຫຼາຍຄັ້ງ ຮວມທັງການໄປທັດສະນະສຶກສາ ຢູ່ຫວຽດນາມ, ໄທ ແລະ ຝຣັ່ງ.

ທ່ານ ສຈ ເກັດ ກຽດຕິສັກກ່າວໃນພິທີເປີດກອງປະຊຸມສຳມະນາວ່າ: ‘ມະຕິດັ່ງກ່າວແມ່ນຂິດໝາຍອັນສຳຄັນໃນການພັດທະນາຂະແໜງກົດໝາຍໃນລາວ. ມະຕິນີ້ຈະເປັນເຄື່ອງມືທີ່ສຳຄັນໃນການ ປົກປ້ອງສິດ ແລະ ຜົນປະໂຫຍດຂອງປະຊາຊົນທຸກຄົນ ແລະ ຂອງລັດ. ມະຕິກອງປະຊຸມໃຫ່ຍຄັ້ງທີ10 ຂອງພັກໄດ້ກຳນົດໄວ້ຢ່າງຈະແຈ້ງວ່າ ລາວຈະພະຍາຍາມບັນລຸເປົ້າໝາຍການສ້າງ ລັດແຫ່ງກົດໝາຍ ແລະ ສານປົກຄອງຕ້ອງຖືກສ້າງຂຶ້ນໃນລະບົບສານປະຊົນທີ່ມີຢູ່ປັດຈຸບັນ.’

ໃນໄລຍະກອງປະຊຸມ ຜູ້ເຂົ້າຮ່ວມ ໄດ້ຮຽນຮູ້ປະສົບການ ແລະ ມູມມອງຂອງເອີຣົບ ກ່ຽວກັບການດຳເນີນຄະດີປົກຄອງ ແລະ ກົດໝາຍການປົກຄອງ ຄຽງຄູ່ກັບການສົມທຽບເບິ່ງ ປະສົບການຂອງປະເທດໃກ້ຄຽງ. ຫຼັງຈາກນັ້ນຜູ້ເຂົ້າຮ່ວມໄດ້ ປຶກສາຫາລື ແລະ ປະກອບຄຳເຫັນເພີ່ມເຕີມໃສ່ຮ່າງມະຕິດັ່ງກ່າວ.

ຮ່າງມະຕິນີ້ ຖ້າຫາກໄດ້ຮັບການຮອງຮັບ ຈະສະໜອງ ຊ່ອງທາງໃນການແກ້ໄຂ ຂໍ້ຂັດແຍ່ງທາງດ້ານປົກຄອງ ລະຫວ່າງ ອົງການປົກຄອງຕ່າງໆ ກັບ ປະຊາຊົນທົ່ວໄປ, ລະຫວ່າງ ອົງການຈັດຕັ້ງຂອງລັດດ້ວຍກັນ ແລະ ລະຫວ່າງ ອົງການປົກຄອງຕ່າງໆ ກັບພະນັກງານລັດຖະກອນ ແລະ ອົງການຈັດຕັ້ງຕ່າງໆ ທີ່ບໍ່ສັງກັດລັດ.

 

Comments are closed.