ຄັ້ງທີ 4 ຂອງກອງປະຊຸມຕ້ານອາຊະຍາກໍາຂ້າມຊາດທີ່ມີການຈັດຕັ້ງ ໂດຍສະເພາະແມ່ນບັນຫາການຟອກເງິນ, ການຊ່ວຍເຫຼືອຊຶ່ງກັນ ແລະ ກັນທາງດ້ານກົດໝາຍ ແລະ ການເກັບກໍາຫຼັກຖານໃນການດໍາເນີນຄະດີອາຍາ

ກອງປະຊຸມຕ້ານອາຊະຍາກໍາຂ້າມຊາດທີ່ມີການຈັດຕັ້ງ ໂດຍສະເພາະແມ່ນບັນຫາການຟອກເງິນ, ການຊ່ວຍເຫຼືອຊຶ່ງກັນ ແລະ ກັນທາງດ້ານກົດໝາຍ ແລະ ການເກັບກໍາຫຼັກຖານໃນການດໍາເນີນຄະດີອາຍາ ໄດ້ຈັດຂຶ້ນໃນວັນທີ 11 ຫາ 13 ກຸມພາ, ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ.

ເຊິ່ງໄດ້ເຕົ້າໂຮມເອົາບັນດາເຈົ້າໜ້າທີ່ຈຳນວນໜຶ່ງຈາກຫ້ອງການໄອຍະການປະຊາຊົນສູງສຸດ, ຜູ້ຊ່ຽວຊານສາກົນ ຈາກສະຖາບັນຊ່ວຍເຫຼືອທາງດ້ານກົດໝາຍ ແລະ ວິຊາການ (ILSTA), ອຳນາດການປົກຄອງຈາກ 17 ແຂວງ ແລະ ແຂກຈາກບັນຫາສະຖານທູດ.

ໃນປີນີ້ປະເທດລາວຈະປະເຊີນກັບການປະເມີນຜົນຄັ້ງທີສອງໂດຍກຸ່ມຮວ່ມມືເພື່ອຕໍ່ຕ້ານການຟອກເງິນອາຊີປາຊີຟິກ ເພື່ອປະເມີນການຈັດຕັ້ງປະຕິບັດຕາມຄຳແນະນຳທັງ40ຂໍ້ຈາກໜວ່ຍງານປະຕິບັດທາງດ້ານການເງິນ (FATF). ຂໍ້ສະເໜີແນະແມ່ນມາດຕະການຕອບໂຕ້ຕໍ່ການຟອກເງິນເຊິ່ງກວມເອົາລະບົບຍຸຕິທຳທາງອາຍາແລະ ການບັງຄັບໃຊ້ກົດໝາຍ, ລະບົບການເງິນ ແລະ ລະບຽບການ, ແລະ ການຮ່ວມມືສາກົນ.

ກອງປະຊຸມແຫ່ງຊາດຄັ້ງນີ້ໄດ້ສະໜັບສະໜູນວາລະການປະຕິຮູບຂອງປະເທດລາວໃຫ້ຈົບຈາກສະຖານະພາບປະເທດດ້ອຍພັດທະນາ ແລະ ແກ້ໄຂສິ່ງທ້າທາຍຕ່າງໆທີ່ກ່ຽວຂ້ອງກັບອາຊະຍາກຳທີ່ມີການຈັດຕັ້ງ. ປະເທດລາວໄດ້ເປັນສະມາຊິກຂອງສົນທິສັນຍາສາກົນໃນການແກ້ໄຂບັນຫາເຫຼົ່ານີ້ ແລະ ໃນປີທີ່ຜ່ານມາໄດ້ມີການເຜີຍແຜ່ປະມວນກົດໝາຍອາຍາສະບັບປີ 2017 ແລະ ກົດໝາຍວ່າດ້ວຍການດຳເນີນຄະດີອາຍາ ສະບັບປີ 2017.

ໃນຄັ້ງນີ້ກອງປະຊຸມໄດ້ຈັດຂຶ້ນໂດຍການເປັນ ປະທານຮ່ວມຂອງ ທ່ານ ຈັນທີ ໂປລິວັນ ຫົວໜ້າກົມຕິດຕາມກວດກາການດຳເນີນຄະດີອາຍາ, ອົງການໄອຍະການປະຊາຊົນສູງສຸດ, ທ່ານ ແຊມ ເຊີຣານເນີ ອຸປະທູດ ແຫ່ງຣາຊະອານາຈັກລຸກຊຳບວກ ປະຈຳລາວ ແລະ ທ່ານ ຣິຊາດ ພິລິບພາດ ປະທານ ສະຖາບັນຊ່ວຍເຫຼືອທາງດ້ານກົດໝາຍ ແລະ ວິຊາການ.

ທ່ານ ຈັນທີ ກ່າວວ່າ ທ່ານດີໃຈຫຼາຍທີ່ໄດ້ຖືກເຊີນມາເປັນປະທານກອງປະຊຸມ. ທ່ານກ່າວຕື່ມວ່າ: “ພວກເຮົາຂໍຂອບໃຈໃນການການສະໜັບສະໜູນຂອງຄູ່ຮ່ວມມືສາກົນຂອງພວກເຮົາ ໃນການຈັດຕັ້ງກິດຈະກຳສຳຄັນດັ່ງກ່າວ, ພ້ອມທັງຮັບຮູ້ໄດ້ເຖິງຄວາມພະຍາຍາມຂອງເຈົ້າໜ້າທີ່ໃນບັນດາແຂວງ ໃນການແກ້ໄຂອາຊະຍາກຳ ທີ່ມີການຈັດຕັ້ງໃນທົ່ວປະເທດ.” ທ່ານ ພິລິບພາດ ກ່າວວ່າອາຊະຍາກຳທີ່ມີການຈັດຕັ້ງນັ້ນມີຄວາມສັບສົນ ແລະ ມັກຈະປັບຕົວເຂົ້າກັບສະພາບແວດລ້ອມດ້ານຕຸລາການ ແລະ ເສດຖະກິດ, ໂດຍຫັນໄປສູ່ຈຸດອ່ອນດ້ານໂຄງສ້າງ ແລະ ພູມສາດຂອງບັນດາປະເທດໃນການດຳເນີນກິດຈະກຳ ແລະ ອຸດສາຫະກຳທີ່ຜິດກົດໝາຍ ຂອງພວກເຂົາ. ທ່ານກ່າວຕື່ມອືກວ່າໃນການຕໍ່ຕ້ານອາຊະຍາກຳຊະນິດນີ້, ໜ່ວຍງານບັງຄັບໃຊ້ກົດ ໝາຍຈຳເປັນຕ້ອງມີການພັດທະນາຢ່າງວ່ອງໄວ, ພ້ອມທັງປັບປຸງການຈັດຕັ້ງປະຕິບັດກອບນິຕິກຳເພື່ອປ້ອງກັນ, ສືບສວນ ແລະ ດຳເນີນຄະດີຕໍ່ຄະດີອາຊະຍາກຳທີ່ມີການຈັດຕັ້ງ ແລະ ການຟອກເງິນ, ພ້ອມທັງເພີ່ມທະວີການຮ່ວມມືກັບສາກົນ. ”

ໃນໄລຍະສາມວັນຂອງກອງປະຊຸມ, ບັນດາຜູ້ເຂົ້າຮ່ວມໄດ້ມີໂອກາດພົວພັນກັບຜູ້ຊ່ຽວຊານຈາກລຸກຊໍາບວກ, ຝຣັ່ງ, ໄທ, ອັງກິດ, ການາດາ, ອົດສະຕາລີ, ແລະ ບັນແກເລຍ. ສະຖາບັນ ILSTA ຈະດຳເນີນການສຳມະນາຕິດຕາມອີກ3 ຄັ້ງໃນເດືອນຂ້າງໜ້າ ທີ່ທາງພາກເໜືອ, ກາງ ແລະ ໃຕ້ຂອງລາວ.

 

 

Comments are closed.