ແຂວງບໍລິຄຳໄຊຈັດການເຝິກອົບຮົມວ່າດ້ວຍການຕ້ານການສໍ້ລາດບັງຫຼວງ

ອົງການກວດກາລັດຖະບານຈັດການເຝຶກອົບຮົມວ່າດ້ວຍ ການຕ້ານການສໍ້ລາດບັງຫຼວງຂຶ້ນ ທີ່ແຂວງບໍລິຄຳໄຊ ເຊິ່ງມີເຈົ້າໜ້າທີ່ລັດເຂົ້າຮ່ວມປະມານ 220 ຄົນ. ການເຝຶກອົບຮົມຈັດຂຶ້ນລະຫວ່າງ ວັນທີ 23-24 ສິງຫາ ຢູ່ທີ່ເມືອງປາກຊັນ. ເຈົ້າໜ້າທີ່ ທີ່ເຂົ້າຮ່ວມເປັນຕົວແທນມາຈາກຫຼາຍພາກສ່ວນທີ່ກ່ຽວຂ້ອງ ເຊິ່ງກວມເອົາທຸກເມືອງທີ່ຢູ່ໃນແຂວງ ແລະ ເຈົ້າໜ້າທີ່ສືບສວນສອບສວນ, ເຈົ້າໜ້າທີ່ຕິດຕາມ ແລະ ກວດກາ.

ທ່ານ ບຸນແສງ ພະທຳມະວົງ, ຮອງເຈົ້າແຂວງບໍລິຄຳໄຊ ກ່າວໃນບົດກ່າວເປີດວ່າ: ເຖິງແມ່ນວ່າໃນຊຸມປີທີ່ຜ່ານມາວຽກງານການຕ້ານການສໍ້ລາດບັງຫຼວງໄດ້ມີການຈັດຕັ້ງປະຕິບັດໄດ້ດີພໍສົມຄວນ, ແຕ່ຍັງມີບາງຈຸດທີ່ຕ້ອງໄດ້ຮັບການແກ້ໄຂ.

ທ່ານ ບຸນແສງ, ໄດ້ເນັ້ນໜັກໃຫ້ທຸກພາກສ່ວນຈັດຕັ້ງປະຕິບັດມະຕິຕົກລົງ ກອງປະຊຸມໃຫຍ່ຂອງພັກ ຄັ້ງທີ x ວ່າດ້ວຍວຽກງານການຕ້ານ ແລະ ສະກັດກັ້ນການສໍ້ລາດບັງຫຼວງ.

ທ່ານ ຮອງເຈົ້າແຂວງ ໃຫ້ການຕ້ອນຮັບທີ່ດີແກ່ທາງ ສະຖາບັນ ໃນການນຳເອົາປະສົບການ ແລະ ຊ່ຽວຊານສະເພາະເພື່ອແລກປ່ຽນ ແລະ ເຜີຍແຜ່ໃນການເຝຶກອົບຮົມໃນຄັ້ງນີ້. ສະຖາບັນ ILSTA ແມ່ນອົງການຈັດຕັ້ງໜຶ່ງຂອງປະເທດລຸກຊຳບວກທີ່ມີຄວາມຊ່ຽວຊານດ້ານການສ້າງຄວາມເຂັ້ມແຂງໃນຂົງເຂດການປົກຄອງລັດທີ່ດີ.

ທ່ານ ລີຊາດ ຟີລິບປາກ, ຫົວໜ້າສະຖາບັນ ກ່າວວ່າ: ລະດັບການສໍ້ລາດບັງຫຼວງຍິ່ງສູງເທົ່າໃດ, ມູນຄ່າຂອງທຸລະກິດຍິ່ງສູງ, ແລະ ຍິ່ງເຮັດໃຫ້ມີຄວາມຫຍຸ້ງຍາກໃນການນຳເອົາການລົງທຶນຈາກຕ່າງປະເທດ ທີ່ເປັນປັດໄຈພື້ນຖານອັນສຳຄັນຕໍ່ການພັດທະນາ ແລະ ຄວາມທັນສະໄໝ.

ປີ 2018, ເປັນປີແຫ່ງການສະເຫຼີມສະຫຼອງ ການສ້າງຕັ້ງສົນທິສັນຍາວ່າດ້ວຍການຕ້ານການສໍ້ລາດບັງຫຼວງ (UNCAC) ຄົບຮອບ 15 ປີ, ເຊິ່ງໃນປັດຈຸບັນປະກອບມີປະເທດທີ່ເປັນສະມາຊິກທັງໝົດ 186 ປະເທດ. ສປປ ລາວ ລົງນາມໃນ ປີ 2003 ແລະ ເຂົ້າເປັນສະຖາຊິກຢ່າງເປັນທາງການ ໃນວັນທີ 29 ກັນຍາ 2009.

ສົນມິສັນຍາ UNCAC ມີໂຄງຮ່າງທີ່ເປັນກົນໄກໃນການປະເມີນການຈັດຕັ້ງປະຕິບັດສົນທິສັນຍາຂອງ ສປປ ລາວ ເຊິ່ງໄດ້ມີການປະເມີນຄັ້ງທຳອິດ ໃນປີ 2012 ໂດຍປະເທດລຸກຊຳບວກ ແລະ ມົງໂກນ, ແລະ ໄດ້ລົງເຫຼິກໃນ ໝວດທີ 3 ວ່າດ້ວຍ ອາຊະຍາກຳ ແລະ ໝວດທີ 4 ວ່າດ້ວຍ ການຮ່ວມມືສາກົນ.

ການປະເມີນຄັ້ງທີ 2 ຂອງການຈັດຕັ້ງປະຕິບັດ ສັນທິສັນຍາ UNCAC ຂອງ ສປປ ລາວ ແມ່ນປະເມີນໂດຍ ປະເທດໄຊພຣັສ ແລະ ປາກີສະຖານ ເຊິ່ງລົງເຫຼິກໃນ ໝວດທີ 2 ວ່າດ້ວຍ ມາດຕະການປ້ອງກັນ ແລະ ໝວດທີ 5 ວ່າດ້ວຍ ການກູ້ຄືນໜີ້ສິນ.

ທ່ານ ເທບພະໄທ ພັນກ້າ, ຮອງຫົວໜ້າກົມກວດກາ ແລະ ຕ້ານການສໍ້ລາດບັງຫຼວງ, ອົງການກວດກາລັດຖະບານ ທົບທວນຍຸດທະສາດແຫ່ງຊາດ ປີ 2020 ວ່າດ້ວຍການຕ້ານການສໍ້ລາດບັງຫຼວງ ເຊິ່ງກວມເອົາການແຈ້ງຊັບສິນຂອງພະນັກງານລັດ ແລະ ການປັບປຸງກົນໄກ ແລະ ການບໍລິຫານ ໃນການປ້ອງກັນ ແລະ ສະກັດກັ້ນການສໍ້່ລາດບັງຫຼວງ.

ການນຳສະເໜີໂດຍ ສະຖາບັນ ILSTA ໄດ້ເນັ້ນໜັກໃສ່ 2 ບັນຫາ ຄື: ກໍລະນີສຶກສາ ແລະ ຄວາມເອົາໃຈໃສ່ໃນການຕ້ານການສໍ້ລາດບັງຫຼວງຢູ່ປະເທດໂມດາວາ, ແລະ ການສຶກສາລົງເຫຼິກເຖິງການຕີຄວາມໝາຍ ແລະ ບັນດາອາຊະຍາກຳທີ່ເປັນອົງປະກອບຂອງການສໍ້ລາດບັງຫຼວງ, ເຊັ່ນ ການຍັກຍອກເງິນ, ການໃຫ້ສິນບົນ, ການສໍ້ໂກງ, ການສວຍໃຊ້ອຳນາດໃນການຕັດສິນໃຈ ແລະ ການຂົ່ມຂູ່, ເຊິ່ງໄດ້ຂຽນໄວ້ໃນ ກົດໝາຍວ່າດ້ວຍການຕ້ານການສໍ້ລາດບັງຫຼວງ ຂອງ ສປປ ລາວ ສະບັບປี 2012.

Comments are closed.