ພິທີມອບຮັບປຶ້ມປະມວນກົດໝາຍອາຍາຂອງ ສປປ ລາວ, ວັນທີ 10 ກັນຍາ, ນະຄອນຫຼວງວຽງຈັນ

ທ່ານລັດຖະມົນຕີ Lenert ໄດ້ເຂົ້າຮວ່ມງານພິທິມອບ-ຮັບປື້ມປະມວນກົດໝາຍອາຍາຂອງ ສປປ ລາວ ໂດຍຮວ່ມມີ ພະນະທ່ານ ໄຊສີ ສັນຕິວົງ, ລັດຖະມົນຕີກະຊວງຍຸຕິທຳ ແລະ ທ່ານ ເນເວັນ ມິມິຊາ, ຄະນະກໍາມາທິການເອີຣົບເພື່ອການຮວ່ມມືສາກົນ ແລະ ການພັດທະນາ.

ທ່ານລັດຖະມົນຕີຈາກປະເທດລຸກຊໍາບວກໄດ້ກ່າວວ່າ ” ຂ້າພະເຈົ້າຂໍສະແດງຄວາມຍິນດີຕໍ່ລັດຖະບານລາວ, ໂດຍສະເພາະແມ່ນວຽກງານຂອງກະຊວງຍຸຕິທຳ. ປະມວນກົດໝາຍອາຍາສະບັບນີ້ ແມ່ນຂີດໝາຍສຳຄັນສຳລັບ ສປປ ລາວ ໃນການກາຍເປັນລັດແຫ່ງກົດໝາຍ. ປະຈຸບັນນີ້ປະເທດລາວ ໄດ້ມີປະມວນກົດໝາຍອາຍາທີ່ຄົບຖ້ວນ ແລະ ທັນສະໄໝ ” ພ້ອມນັ້ນ, ທ່ານລັດຖະມົນຕີ Lenert ກໍໄດ້ຢັ້ງຢືນຕໍ່ຄຳໝັ້ນສັນຍາໄລຍະຍາວຂອງປະເທດລຸກຊໍາບວກ ໃນການສະໜັບສະໜູນດ້ານການປົກຄອງທີ່ດີ ແລະ ລະບົບສະຖາບັນທີ່ດີໃນລາວ.

ທ່ານໄດ້ກ່າວຕື່ມວ່າ ” ການຝຶກອົບຮົມແກ່ຜູ້ປະຕິບັດກົດໝາຍເຊັ່ນ: ຜູ້ພິພາກສາ, ທະນາຍຄວາມ, ໄອຍະການ ແລະ ເຈົ້າໜ້າທີ່ຕຳຫຼວດ ກ່ຽວກັບກົດໝາຍອາຍາສະບັບໃໝ່ ນີ້ແມ່ນສິ່ງທີ່ຂາດບໍ່ໄດ້ ແລະ ຂ້າພະເຈົ້າຍິນດີທີ່ຈະແຈ້ງໃຫ້ທ່ານຊາບວ່າວຽກງານທີ່ສຳຄັນນີ້ກຳລັງດຳເນີນຢູ່ໃນປະເທດລາວ, ໂດຍຜ່ານການຮ່ວມມືດ້ານການພັດທະນາຂອງປະເທດລຸກຊຳບວກ, ເຊິ່ງສະຖາບັນ ILSTA ໄດ້ກຳລັງເອົາໃຈໃສ່ໃນການຝຶກອົບຮົມຜູ້ຊ່ຽວຊານດ້ານກົດໝາຍໃນທົ່ວປະເທດ.”

ໃນການມາຢ້ຽມຢາມປະເທດລາວຂອງ ລັດຖະມົນຕີວ່າການກະຊວງການຮ່ວມມືເພື່ອການພັດທະນາ ແລະ ວຽກງານມະນຸດສະທຳ ຈາກປະເທດລຸກຊຳບວກໃນຄັ້ງນີ້, ທ່ານໄດ້ມາພອ້ມກັບສະມາຊິກລັດຖະສະພາຈາກປະເທດບຸກຊຳບວກ, ນອກຈາກທີ່ທ່ານໄດ້ເຂົ້າຮວ່ມໃນກິດຈະກຳທີ່ສຳຄັນໃນຄັ້ງນີ້, ທ່ານຍັງຈະໄປຢ້ຽມຢາມ ໂຄງການ ແລະ ສະຖາບັນຕ່າງໆໃນ ສປປ ລາວ ທີ່ໄດ້ຮັບການສະໜັບສະໜູນຈາກປະເທດລຸກຊຳບວກ, ພອມທັງການພົບປະກັບລັດຖະບານແຫ່ງ ສປປ ລາວ.

Comments are closed.