ກອງປະຊຸມສືບຕໍ່ຄັ້ງທີສາມ ພາຍໃຕ້ຫົວຂໍ້ “ ກອງປະຊຸມສ້າງຄວາມເຂັ້ມແຂງໃນການຕ້ານອາຊະຍາກຳຂ້າມຊາດທີ່ມີການຈັດຕັ້ງ ໂດຍສະເພາະບັນຫາຢາເສບຕິດ, ການຄ້າມະນຸດ, ການຟອກເງິນ ເເລະ ເຜີຍເເຜ່ປະມວນກົດໝາຍອາຍາ ເເລະ ກົດໝາຍວ່າດ້ວຍການດຳເນີນຄະດີອາຍາ ” ຈັດຂຶ້ນທີ່ເມືອງທ່າແຂກ, ແຂວງຄຳມວ່ນ

ກອງປະຊຸມພາກພື້ນພາຍໃຕ້ຫົວຂໍ້ ” ກອງປະຊຸມສ້າງຄວາມເຂັ້ມແຂງໃນການຕ້ານອາຊະຍາກຳຂ້າມຊາດທີ່ມີການຈັດຕັ້ງໂດຍສະເພາະບັນຫາຢາເສບຕິດ, ການຄ້າມະນຸດ, ການຟອກເງິນ ເເລະ ເຜີຍເເຜ່ປະມວນກົດໝາຍອາຍາ ເເລະ ກົດໝາຍວ່າດ້ວຍການດຳເນີນຄະດີອາຍາ ”  ໄດ້ຖືກຈັດຂຶ້ນເປັນຄັ້ງທີສາມ, ຄັ້ງນີ້ຈັດຂຶ້ນທີ່ເມືອງທ່າແຂກ, ແຂວງຄຳມວ່ນ, ໃນວັນທີ 28 ຫາ 30 ສິງຫາ 2019, ເຊິ່ງເປັນການສະຫຼຸບຊຸດກອງປະຊຸມທົ່ວປະເທດ.

ທ່ານ ໄຊຊະນະ ໂຄດພູທອນ, ຮອງຫົວໜ້າອົງການໄອຍະປະຊາຊົນສູງສຸດແຫ່ງ ສປປ ລາວ ໄດ້ເນັ້ນໜັກໃນຄໍາປາໄສເປີດກອງປະຊຸມວ່າ ” ອາຊະຍາກຳທີ່ມີການຈັດຕັ້້ງ ແມ່ນເປັນຫົວຂໍ້ທີ່ສຳຄັນຫຼາຍໃນການແກ້ໄຂ, ອົງການບັງຄັບໃຊ້ກົດໝາຍ ຕ້ອງກຽມພອ້ມໃນການຮັບມືກັບບັນຫາດັ່ງກ່າວທີ່ເປັນໄພຂົ່ມຂູ່ຕໍ່ພົນລະເມືອງ ເຊັນດຽວກັນກັບຄວາມສະຫວັດດີພາບ ແລະ ຄວາມປອດໄພຂອງປະເທດ ”

ປະທານອົງການຊວ່ຍເຫຼືອດ້ານກົດໝາຍ ແລະ ວິຊາການ, ທ່ານ ຣິຊາດ ຟີລິບປາກທ໌ ໄດ້ກ່າວວ່າ ” ປັດຈຸບັນນີ້ ສປປ ລາວ ໄດ້ມີເຄື່ອງມືດ້ານນິຕິກຳ, ປະມວນກົດໝາຍອາຍາ, ກົດໝາຍວ່າດວ້ຍການດໍາເນີນຄະດີອາຍາ, ກົດໝາຍວ່າດວ້ຍການຕ້ານການຟອກເງິນ, ສິ່ງເສບຕິດ ແລະ ການຄ້າມະນຸດ, ແຕ່ການບັງຄັບໃຊ້ກົດໝາຍເຫຼົ່ານີ້ຍັງມີຄວາມສຳຄັນຫຼາຍ ໃນການຕ້ານການກໍ່ອາຊະຍາກຳທີ່ມີການຈັດຕັ້ງ ແລະ ເພື່ອປົກປ້ອງສັງຄົມ, ພ້ອມກັນນັ້ນອີກພາກສວ່ນໜຶ່ງທີ່ສຳຄັນ ກໍແມ່ນທັດສະນະການປະເມີນຜົນຂອງ ກຸ່ມຕໍ່ຕ້ານການຟອກເງິນອາຊີບ – ປາຊີຟິກ (APG) ໃນໄວໆນີ້ ”

ກອງປະຊຸມພາກພື້ນຄັ້ງທີສາມທີ່ຈັດຂຶ້ນຢູ່ທ່າແຂກ ແມ່ນເຂົ້າຮວ່ມໂດຍ ບັນດາເຈົ້າໜ້າທີ່ອຳນາດການປົກຄອງ ຈາກ 6 ແຂວງ ພາກໃຕ້, ລວມມີ ແຂວງຄຳມວ່ນ, ຈຳປາສັກ, ສາລະວັນ, ສະຫວັນນະເຂດ, ອັດຕະປື ແລະ ເຊກອງ. ມີເຈັ້າໜ້າທີ່ເຂົ້າຮວ່ມຫຼາຍກວ່າ 100 ທ່ານ, ປະກອບມີ ບັນດາໄອຍາການ, ອົງການຕຸລາການ ແລະ ອົງການບັງຄັບໃຊ້ກົດໝາຍ ຈາກອຳນາດການປົກຄອງຂັ້ນສູນກາງ ຈົນເຖິງຂັ້ນແຂວງ, ນອກຈາກນັ້ນ ກໍຍັງມີການປະກອບສວ່ນຈາກບັນດາຊ່ຽວຊານຈາກສະຖາບັນຊວ່ຍເຫຼືອດ້ານກົດໝາຍ ແລະ ວິຊາການ, ປະເທດການາດາ ແລະ ມະຫາວິທະຍາໄລລຸກຊຳບວກເຂົ້າຮວ່ມອີກດວ້ຍ.

ໃນໄລຍະ 3 ວັນກອງປະຊຸມໄດ້ສົນທະນາເຖິງບັນຫາສຳຄັນທີ່ກ່ຽວຂ້ອງ ໄດ້ແກ່ຮູບແບບຂອງອາຊະຍາກຳທີ່ມີການຈັດຕັ້ງ, ການຟອກເງິນ ແລະ ການສືບສວນດ້ານການເງິນ ລວມໄປເຖິງ ການຄ້າມະນຸດ.

ພາກພິເສດຂອງວຽກງານໃນກອງປະຊຸມແມ່ນການສຸມໃສ່ພາກປະຕິບັດ ແລະ ການຖ່າຍທອດປະສົບການ ລະຫວ່າງບັນດາຊ່ຽວຊານ ແລະ ຜູ້ເຂົ້າຮ່ວມ ໂດຍສະເພາະ ແມ່ນກ່ຽວກັບການສືບສວນດ້ານການເງິນ, ເຊິ່ງເປັນຫົວຂໍ້ທີ່ສຳຄັນ ຕໍ່ພັນທະຂອງເຈົ້າໜ້າທີ່ລາວ ວາງໄວ້ໃນບົດການປະເມີນຜົນຂອງຄະນະປະຕິບັດງານດ້ານການເງິນ ສຳລັບປີ 2020 ໃນອີກບໍ່ດົນນີ້.

ສະຖາບັນ ILSTA ຮູ້ສຶກພາກພູມໃຈທີ່ໃນໄລຍະເວລາຂອງການປະກອບສວ່ນໃນກອງປະຊຸມພາກພື້ນ, ທາງສະຖາບັນໄດ້ປະກອບສວ່ນໃນການເຝິກອົບຮົມດັ່ງກ່າວເຖິງ 98 ຊົ່ງໂມງ, ເຕົ້າໂຮມພະນັກງານລັດຖະກອນ ແລະ ຕົວແທນຈາກສະຖາບັນຫຼັກໆໃນ ສປປ ລາວ ໃຫ້ເຂັ້າຮວ່ມເຖິງ 400 ທ່ານ. ພ້ອມກັນນັ້ນ ກໍໄດ້ແຈກຢາຍປື້ມຄູມືໃຫ້ຄວາມຮູ້, ປະມວນກົດໝາຍອາຍາ, ປື້ມກົດໝາຍວ່າດ້ວຍການດຳເນີນຄະດີອາຍາ ແລະ ຄູ່ມືເຝິກຫັດ ເຖິງ 700 ສະບັບ.

ກອງປະຊຸມທີ່ຈັດຂຶ້ນທີ່ພາກເໜືອ, ກາງ ແລະ ໃຕ້ ແມ່ນຖືວ່າເປັນກອງປະຊຸມລະດັບປະເທດ ໃຫ້ແກ່ຕົວແທນຈາກອົງການໄອຍາການ, ອົງການນະໂຍບາຍ ແລະ ອົງການບັງຄັບໃຊ້ດ້ານກົດໝາຍ. ກອງປະຊຸມຊວ່ຍໃນການດຳເນີນຄວາມສະດວກໃຫ້ແກ່ການແລກປ່ຽນການປະຕິບັດ ແລະ ບົດຮຽນທີ່ດີ, ນອກຈາກນັ້ນຍັງເປັນການສະໜັບສະໜູນດ້ານການປະສານງານ ແລະ ການພັດທະນາດ້ານນະໂຍບາຍອີກຕື່ມ.

ໝາກຜົນທີ່ໄດ້ຮັບພາຍຫຼັງປອງປະຊຸມທັງສາມ ແມ່ນຂີດໝາຍຄວາມສຳເລັດໃນການຮວ່ມມືລະຫວ່າງ ສານປະຊາຊົນສູງສຸດ ແລະ ສະຖາບັນ ILSTA ເຊິ່ງແນໃຫ້ເຫັນເຖິງເປົ້າໝາຍໃໝ່ໃນການຮວ່ມມືຕໍ່ວຽກງານໃນອານາຄົດ.

ກອງປະຊຸມໃນຄັ້ງນີ້ແມ່ນໄດ້ຮັບການສະໜັບສະໜູນຈາກກະຊວງການເງິນແຫ່ງປະເທດລຸກຊໍາບວກ, ໂຄງການ LuxDev ແລະ ລັດຖະບານປະເທດການາດາ.

 

 

Comments are closed.