ສະຖາບັນ ILSTA ເຂົ້າຮ່ວມກອງປະຊຸມຄັ້ງທີ 26 ຂອງຄະນະກຳມາທິການ ປ້ອງກັນອາຊະຍາກຳ ແລະ ຍຸຕິທຳທາງອາຍາ

ສະຖາບັນ ILSTA ເຂົ້າຮ່ວມກອງປະຊຸມຄັ້ງທີ 26 ຂອງຄະນະກຳມາທິການ ປ້ອງກັນອາຊະຍາກຳ ແລະ ຍຸຕິທຳທາງອາຍາ (CCPCJ), ເຊິ່ງຈັດຂຶ້ນທີ່ນະຄອນວຽນນາ ແຕ່ວັນ 22-26 ພຶດສະພາ 2016.

ກອງປະຊຸມ CCPCJ ແມ່ນເຫດການສາກົນທີ່ສຳຄັນ ກ່ຽວກັບການປ້ອງກັນ ອາຊະຍາກຳ ແລະ ລະບົບຍຸຕິທຳທາງອາຍາ ແລະ ໃນແຕ່ລະປີ ບັນດາປະເທດພາຄີ ແລະ ບັນດາເຄືອຂ່າຍທີ່ເປັນສະມາຊິກໄດ້ຮ່ວມກັນ ປຶກສາຫາລື ແລະ ແກ້ໄຂບັນຫາຕ່າງໆທີ່ມີຄວາມສຳຄັນ. ສຳລັບກອງປະຊຸມຄັ້ງທີ26 ນີ້ໄດ້ຈັດຂຶ້ນພາຍໃຕ້ຫົວຂໍ້: ‘ຍຸດທະສາດປ້ອງກັນອາຊະຍາກຳທີ່ເປີດກ້ວາງ ແລະ ເຊື່ອມໂຍງ’.

ໃນປະຈຸບັນ ການປ້ອງກັນອາຊະຍາກຳ ຖືກມອງວ່າແມ່ນໜຶ່ງ ໃນບັນດາຊ່ອງທາງທີ່ສຳຄັນທີ່ສຸດ ເພື່ອຕໍ່ສູ້ກັບ ອາຊະຍາກຳ ແລະ ເພື່ອຄຸ້ມຄອງສາຍພົວພັນສັງຄົມ.

ກອງປະຊຸມ CCPCJ ຄັ້ງທີ26 ໄດ້ເປີດໂອກາດໃຫ້ບັນດາປະເທດພາຄີ ແລະ ບັນດາເຄືອຂ່າຍທີ່ເປັນສະມາຊິກ ເພື່ອແລກປ່ຽນບົດຮຽນໃນການຈັດຕັ້ງປະຕິບັດທີ່ດີ ແລະ ບັນດາໝາກຜົນຂອງການຄົ້ນຄົ້ວ ກ່ຽວກັບການຕ້ານອາຊະຍາກຳທີ່ມີການຈັດຕັ້ງ.

ນອກນີ້ ຄະນະກຳມາທິການດ້ານອາຊະຍາກຳຍັງໄດ້ຈັດກອງປະຊຸມປິ່ນອ້ອມອີກຈຳນວນໜຶ່ງ ໂດຍສຸມໃສ່ການປ້ອງກັນອາຊະຍາກຳ ແລະ ຕ້ານການສໍ້ລາດບັງຫຼວງ, ຮວມທັງກອງປະຊຸມ ລົງເລີກສຸມໃສ່ບາງຫົວຂໍ້ທີ່ສຳຄັນເຊັ່ນ: ອາຊະຍາກຳທີ່ມີການຈັດຕັ້ງ, ການຊ່ວຍເຫຼືອດ້ານກົດໝາຍເຊິ່ງກັນແລະກັນ, ການຄ້າສັດປ່າທີ່ຜິດກົດໝາຍ, ຢາເສັບຕິດ, ກຸ່ມຫົວຮຸນແຮງປ່າເຖື່ອນ, ການຄຸ້ມຄອງສະຖານທີ່ກັກຂັງ, ການຄ້າມະນຸດ ແລະອື່ນໆ ໂດຍມີການແລກປ່ຽນບົດຮຽນຄວາມຮູ້ທີ່ສຳຄັນລະຫວ່າງຜູ້ເຂົ້າຮ່ວມ.

20170523_102448

20170522_122650

 

 

Comments are closed.