ກະຊວງຍຸຕິທຳ ຊົມເຊີຍລຸກຊຳບວກ ທີ່ເພີ່ມການຊ່ວຍເຫຼືອແກ່ຂະແໜງກົດໝາຍ

ລັດຖະມົນຕີກະຊວງຍຸຕິທຳ ທ່ານໄຊສີ ສັນຕິວົງ ຕ້ອນຮັບທ່ານ ອຸປະທູດ ລຸກຊຳບວກ ທ່ານ ໂກລດ ເຈັງເກັນ ແລະ ຄະນະຜູ້ແທນຈາກ ມະຫາວິທະຍາໄລ ລຸກຊຳບວກ, ສະຖາບັນ ILSTA ແລະ ອົງການຮ່ວມມືດ້ານພັດທະນາ ລຸກຊຳບວກ ຢູ່ທີ່ກະຊວງຍຸຕິທຳໃນວັນທີ 25 ພຶດສະພາຜ່ານມາ. ທ່ານລັດຖະມົນຕີ ກ່າວສະແດງຄວາມຂອບໃຈ ລັດຖະບານລຸກຊຳບວກ ສຳລັບການສືບຕໍ່ຊ່ວຍເຫຼືອທີ່ເພີ່ມຂຶ້ນກ່ວາເດີມ ໃຫ້ກັບຂະແໜງປົກຄອງໃນລາວ ເຊິ່ງມີການເພີ່ມຂຶ້ນຈຳນວນຫຼາຍ ຖ້າເບິ່ງຂໍ້ຕົກລົງການຮ່ວມມືຫວ່າງບໍດົນມານີ້.

ມະຫາວິທະຍາໄລ ລຸກຊຳບວກ ແລະ ມະຫາວິທະຍາໄລແຫ່ງຊາດລາວ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈຮ່ວມກັນໃນປີ 2016 ເພື່ອເພີ່ມການຮ່ວມມືໃນຂະແໜງການຄົ້ນຄົ້ວດ້ານກົດໝາຍ ເຊິ່ງສະໜັບສະໜຸນໂດຍ ສະຖາບັນ ILSTA. ທ່ານ ສຈ ສະເຕຟານ ໂບຣມ ຄະນະບໍດີ ຄະນະນິຕິສາດ, ເສດຖະສາດ ແລະ ການເງິນ ຂອງມະຫາວິທະຍາໄລ ລຸກຊຳບວກ ແລະ ນັກສຶກສາປະລິຍາເອັກຈຳນວນ 6 ຄົນ ທີ່ເດີນທາງມາແລກປ່ຽນປະສົມການດ້ານການຄົ້ນຄົ້ວ ໄດ້ຈັດຊຸດສຳມະນາ ດ້ານການຄົ້ນຄົ້ວ ໄລຍະສາມວັນ ແກ່ຄູອາຈານ ແລະ ນັກສຶກສາ ຂອງຄະນະນິຕິສາດ ແລະ ລັດຖະສາດ.

‘ຂ້າພະເຈົ້າເຊື່ອແນ່ວ່າ ການເດີນທາງມາແລກປ່ຽນດ້ານການຄົ້ນຄັ້ງທຳອິດນີ້ ແມ່ນໄດ້ຮັບຜົນສຳເລັດອັນໃຫ່ຍຫຼວງ ແລະ ພວກເຮົາ ຫວັງວ່າຈະມີການຮ່ວມມືທີ່ເພີ່ມຂຶ້ນ ລະຫວ່າງ ສອງຄະນະພວກເຮົາ ທາງດ້ານການຄົ້ນຄົ້ວດ້ານກົດໝາຍ. ໃນກອບການຮ່ວມມືດຽວກັນນີ້, ພວກເຮົາຈະຄັດເລືອກເອົາຄູອາຈານລາວຈຳນວນໜຶ່ງໄປແລກປ່ຽນດ້ານການຄົ້ນຄົ້ວດ້ານກົດໝາຍຢູ່ ຄະນະຂອງພວກເຮົາທີ່ປະເທດລຸກຊຳບວກໃນປີໜ້າ ເພື່ອລົກເລີກປະສົບການ ແລະ ຍົກສູງທັກສະດ້ານການຄົ້ນຄົ້ວຂອງເຂົາເຈົ້າໃຫ້ສູງຍິ່ງຂຶ້ນ’ ທ່ານ ສຈ ໂບຣມກ່າວ.

ພາຍໃຕ້ກອບແຜນງານການຮ່ວມມື ລະຫວ່າງ ສປປລາວ-ລຸກຊຳບວກ ສົກປີ 2015-2020, ສະຖາບັນ ILSTA ເຊິ່ງເປັນ ຄູ່ຮ່ວມມືຂອງ ອົງການຮ່ວມມືດ້ານການພັດທະນາ ລຸກຊຳບວກ ຈະໄດ້ຈັດ ຝຶກອົມຮົມຫົວຂໍ້ສະເພາະ ແກ່ເຈົ້າໜ້າທີ່ໄອຍະການ, ຕຸລາການ ແລະ ເຈົ້າໜ້າທີ່ບັງຄັບໃຊ້ກົດໝາຍໃນຂອບເຂດທົ່ວປະເທດ. ສະຖາບັນ ILSTA ແລະ ອົງການໄອຍະການປະຊາຊົນສູງສຸດ ພວມຮ່ວມກັນຈັດຊຸດສຳມະນາ ກ່ຽວກັບການຕໍ່ຕ້ານ ອາຊະຍາກຳຮູບແບບຕ່າງໆ ແລະ ການຟອກເງິນໃນຂອບເຂດທົ່ວປະເທດ ໃນຕໍ່ໜ້ານີ້ ກໍ່ຈະໄດ້ຮັບການສະໜັບສະໜຸນ ເຕີມເຕັມໂດຍ ກອງປະຊຸມລະດັບຊາດກ່ຽວບັນຫາສິ່ງທ້າທາຍສາກົນເລົ່ານີ້.

ທ່ານລັດຖະມົນຕີ ໄຊສີ ສັນຕິວົງ ສະແດງຄວາມຍິນດີ ຕໍ່ກັບໂຄງການ ຊ່ວຍເຫຼືອໃໝ່ທີ່ມີມູນຄ່າ 5 ລ້ານເອີໂຣ ໂຄງການ LAO/031 ‘ໂຄງການສະໜັບສະໜຸນ ການສອນແລະ ຝຶກອົບຮົມກົດໝາຍ ແລະ ສົ່ງເສີມການປົກຄອງລັດດ້ວຍກົດໝາຍ’, ເຊິ່ງໄດ້ເລີ່ມຈັດຕັ້ງປະຕິບັດພາຍໃນເດືອນນີ້ ແລະ ຈະໄດ້ຮັບການຈັດຕັ້ງປະຕິບັດຮ່ວມກັນໂດຍ ອົງການຮ່ວມມືດ້ານການພັດທະນາລຸກຊຳບວກ ແລະ ສະຖາບັນ ILSTA ໃນຊຸມປີຕໍ່ໜ້ານີ້. ໂຄງການດັ່ງກ່າວຈະສະໜັບສະໜຸນ ຄະນະນິຕິສາດ ແລະ ລັດຖະສາດ ໃນການປັບປຸງຫຼັກສູດການສອນ ແລະ ແບບວິທີການສອນ ຮວມທັງສະໜັບສະໜຸນແກ່ ບັນດາກະຊວງທີ່ສຳຄັນ ແລະ ສະຖາບັນການສຶກສາທີ່ກ່ຽວຂ້ອງ ໃນຂະແໜງກົດໝາຍ.

 

P1

Comments are closed.