ຫຼັກສູດຮຽນພາສາອັງກິດດ້ານກົດໝາຍ ໂດຍສະຖາບັນ ILSTA

ຫຼັກສູດຮຽນພາສາອັງກິດດ້ານກົດໝາຍ ໂດຍສະຖາບັນ ILSTA ແມ່ນເປີດສອນພາສາອັງກິດ ໃຫ້ແກ່ພະນັກງານລັດຖະກອນລາວຈາກ 19 ສະຖາບັນໃນຂະແໜງກົດໝາຍ, ທີ່ນະຄອນຫຼວງວຽງຈັນ. ຜູ້ເຂົ້າຮ່ວມຮຽນນຳພວກເຮົາ ແມ່ນຮຽນ 6 ຊົ່ວໂມງຕໍ່ອາທິດ ແລະ ໃນຂະນະດຽວກັນກໍຍັງສາມາດສືບຕໍ່ອາຊີບຫຼັກຂອງພວກເຂົາ.
ພວກເຮົາມີທັງຫຼັກສູດສອນໃນຫ້ອງຮຽນ ແລະ ທາງ online. ໃນຂະນະນີ້, ຫຼັກສູດຮຽນພາສາອັງກິດດ້ານກົດໝາຍ ໂດຍສະຖາບັນ ILSTA ແມ່ນກຳລັງເປີດສອນຢູ່ທີ່ ນະຄອນປາກເຊ ແລະ ອີກບໍ່ດົນແມ່ນຈະເປີດສອນທີ່ຫຼວງພະບາງ ເຊັ່ນດຽວກັນ.
ຖ້າທ່ານແມ່ນພະນັກງານລັດຖະກອນ ແລະ ຢາກປັບປຸງທັກສະພາສາອັງກິດຂອງທ່ານ, ເຂົ້າຮ່ວມຮຽນກັບພວກເຮົາຟີຣ! ກະລຸນາຕິດຕໍ່ພວກເຮົາ, ໂດຍການສົ່ງຂໍ້ຄວາມຫາພວກເຮົາໃນ Facebook ແລ້ວ ພວກເຮົາຈະຊອກຫາຫຼັກສູດທີ່ເໝາະສົມສຳລັບທ່ານ!
Comments are closed.