ການເຂົ້າຮ່ວມເປັນສະມາຊິກໃນ “ກຸ່ມບົດບັນຍາຍອອນລາຍ” ສຳລັບພະນັກງານລັດຖະກອນ

ສະຖາບັນ ILSTA ກຳລັງຫັນເຂົ້າສູ່ການເຮັດວຽກທາງອອນລາຍ, ໂດຍພວກເຮົາໄດ້ປະຕິບັດຕາມແຈ້ງການ ຈາກນາຍົກລັດຖະມົນຕີ ໃນມື້ວານນີ້ ກ່ຽວກັບມາດຕະການ ການກັກພື້ນທີ່ ຂອງນະຄອນຫຼວງວຽງຈັນ. ພວກເຮົາຂໍເຊີນຊວນ ພະນັກງານລັດຖະກອນທຸກທ່ານ ເຂົ້າຮ່ວມເປັນສະມາຊິກໃນ “ກຸ່ມບົດບັນຍາຍອອນລາຍ” ຂອງສະຖາບັນພວກເຮົາ ແລະ ຮັບຊົມວິດີໂອໃນຫົວຂໍ້ຕ່າງໆກ່ຽວກັບກົດໝາຍເຊັ່ນ: ການຄ້າມະນຸດ, ການຟອກເງິນ, ປະເພດຂອງອາຊະຍາກຳ, ການຕ້ານການສໍ້ລາດບັງຫຼວງ ແລະ ອື່ນໆ ໂດຍບໍ່ເສຍຄ່າໃຊ້ຈ່າຍ. ບັນດາທ່ານທີ່ເປັນພະນັກງານລັດຖະກອນ ສາມາດເຂົ້າຮ່ວມ “ກຸ່ມບົດບັນຍາຍອອນລາຍ” ໄດ້ຕາມລິງຄ໌ຕໍ່ໄປນີ້: https://www.facebook.com/groups/ILSTA.LECTURES
ຫລື ສົ່ງຂໍ້ຄວາມຫາພວກເຮົາ! ຂໍໃຫ້ທຸກທ່ານຈົ່ງມີສະຕິລະວັງຕົວ ແລະ ປອດໄພ! ຫວັງວ່າຈະໄດ້ພົບທ່ານໃນບົດບັນຍາຍອອນລາຍຂອງພວກເຮົາ!
Comments are closed.