ການຢ້ຽມຢາມຄຳນັບອົງການໄອຍະການປະຊາຊົນສູງສຸດແຫ່ງ ສປປ ລາວ

ຕໍ່ກັບການແຕ່ງຕັ້ງປະທານອົງການໄອຍະການປະຊາຊົນສູງສຸດແຫ່ງ ສປປ ລາວ, ສະຖາບັນຊ່ວຍເຫຼືອດ້ານກົດໝາຍ ແລະ ວິຊາການ ໄດ້ໃຫ້ການຢ້ຽມຢາມຄຳນັບຢ່າງອົບອຸ່ນ ຕໍ່ອົງການໄອຍະການປະຊາຊົນສູງສຸດແຫ່ງ ສປປ ລາວ. ປະທານສະຖາບັນ ILSTA, ທ່ານ ຣິຊາດ ຟີລິບປາກ ພົບກັບ ຫົວໜ້າອົງການໄອຍະການປະຊາຊົນສູງສຸດແຫ່ງ ສປປ ລາວ, ທ່ານ ໄຊຊະນະ ໂຄດພູທອນ.
ການສົນທະນາຂອງທັງສອງຝ່າຍ ໄດ້ສຸມໃສ່ການຮ່ວມມືຂອງສະຖາບັນ ILSTA ກັບ ອອປສ ຕັ້ງແຕ່ປີ 2016, ນັບຕັ້ງແຕ່ພວກເຮົາໄດ້ຈັດກອງປະຊຸມສຳມະນາຮ່ວມກັນທັງໝົດ 120 ຄັ້ງ. ບາງຂີດໝາຍຂອງການຮ່ວມມືຂອງພວກເຮົາ ແມ່ນການສະໜັບສະໜູນ ດ້ານວິຊາການ ທີ່ສະຖາບັນ ILSTA ສະໜອງໃຫ້ ໃນການຮ່າງກົດໝາຍວ່າດ້ວຍການຊ່ວຍເຫຼືອເຊິ່ງກັນ ແລະ ກັນດ້ານກົດໝາຍ, ເຊິ່ງໄດ້ ສຳເລັດລົງ ແລະ ຮັບຮອງເອົາກົດໝາຍໃນປີກ່ອນນີ້. ສະຖາບັນ ILSTA ໄດ້ໃຫ້ການສະໜັບສະໜູນ ໃນການເພີ່ມທະວີການຮ່ວມມືສາກົນກັບ ອອປສ, ໂດຍສະເພາະ ພາຍໃນເຄືອຂ່າຍໄອຍະການຂອງອາຊຽນ.
ອີກໜຶ່ງຜົນສຳເລັດ ກໍແມ່ນຫຼັກສູດພາສາອັງກິດດ້ານກົດໝາຍ ສຳລັບ ພະນັກງານລັດຖະກອນ, ສະໜັບສະໜູນໂດຍ ສະຖາບັນ ILSTA. ເຊິ່ງໃນນັ້ນ, ແມ່ນມີພະນັກງານລັດຖະກອນຫຼາຍກວ່າ 1000 ທ່ານ ໄດ້ຮັບຜົນປະໂຫຍດຈາກຫຼັກສູດຮຽນພາສາອັງກິດຟຣີໃນປີທີ່ຜ່ານມາ. ສຸດທ້າຍ, ທັງສອງຝ່າຍໄດ້ສົນນະນາກ່ຽວກັບ ກິດຈະການຮ່ວມມືສາກົນ ໃນອະນາຄົດ ສຳລັບປີ 2021 – 2025 ແລະ ໄດ້ຕົກລົງກັນທີ່ຈະສືບຕໍ່ການຮ່ວມມືເພື່ອໝາກຜົນອັນດີສຸດ.
Comments are closed.