ບົດບັນຍາຍເປີດກວ້າງຜ່ານທາງ Online ໃນຫົວຂໍ້ “ຫຼັກຖານໃນການດຳເນີນຄະດີອາຍາ” ໂດຍ ດຣ. ເພີຣີນ ຊີມອນ

ສະຖາບັນ ILSTA ໄດ້ຈັດບົດບັນຍາຍເປີດກວ້າງຜ່ານທາງ Online ເປັນຄັ້ງທຳອິດ! ພວກເຮົາຂໍສະແດງຄວາມຂອບໃຈມາຍັງຄະນະນິຕິສາດ ແລະ ລັດຖະສາດຕໍ່ການສະໜັບສະໜູນ ແລະ ການຊ່ວຍເຫຼືອໃນການຈັດການບັນຍາຍທາງອອນລາຍໃນຄັ້ງນີ້!

ການປາຖະກະຖາໃນຮູບແບບອອນລາຍຄັ້ງທຳອິດ ໃນຫົວຂໍ້ “ຫຼັກຖານໃນການດຳເນີນຄະດີອາຍາ” ໂດຍ ດຣ. ເພີຣີນ ຊີມອນ ຈາກມະຫາວິທະຍາໄລລຸກຊຳບວກ ໃນຕອນເຊົ້າວັນສຸກທີ 10 ເມສາ 2020 ເວລາ 10:00-11:00 ໂມງ. ທ່ານ ດຣ Perrine ໄດ້ເນັ້ນໜັກອະທິບາຍເຖິງຄວາມສຳຄັນຂອງຫຼັກຖານໃນການດຳເນີນຄະດີທາງອາຍາ, ຄວາມຫຍຸ້ງຍາກຂອງພິສູດຫຼັກຖານ, ວັດຖຸທີ່ສາມາດເປັນຫຼັກຖານ, ພ້ອມທັງຫຼັກຖານທີ່ເປັນທີ່ຖືວ່າເປັນທີ່ຍອມຮັບ. ການບັນຍາຍແມ່ນຖືກດຳເນີນເປັນພາສາອັງກິດ ແລະ ແປເປັນພາສາລາວ ໂດຍ ທ່ານນາງ ສຸພາພອນ ສີ່ພັນດອນ, ພະນັກງານປະຈຳໂຄງການຂອງສະຖາບັນ ILSTA. ການບັນຍາຍຜ່ານທ່າງອິນເຕິເນັດໃນມື້ນີ້ ແມ່ນມີຜູ້ເຂົ້າຮ່ວມເຖິງ 70 ທ່ານ! ບັນດາຜູ້ເຂົ້າຮ່ວມໄດ້ຖາມຄຳຖາມ ແລະ ເຂົ້າຮວ່ມການບັນຍາຍທາງອອນລາຍຢ່າງຄຶກຄຶ້ນ.

ໃນການປາຖະກະຖານີ້ແມ່ນຈັດຂຶ້ນໃນຮູບແບບວິດິໂອ Live ຜ່ານໂປຣແກຣມ Zoom ເຊິ່ງບັນດານັກຮຽນສາມາດເຂົ້າຮ່ວມໄດ້ຢຸ່ທີ່ບ້ານ ຜ່ານການໃຊ້ໂທລະສັບມືຖື, ຄອບພິວເຕີ ຫຼື ແທັບເລັດ ໄດ້, ພຽງແຕ່ດາວໂຫຼດແອັບຂອງ Zoom ແລະ ຕື່ມແບບຟອມສຳລັບລົງທະບຽນຕາມລິ້ງທີ່ມີໃຫ້ໃນ Facebook ຂອງສະຖາບັນ

ການບັນຍາຍແມ່ນສາມາດເຂົ້າເຖິງໄດ້ໂດຍບໍ່ເສຍຄ່າໃຊ້ຈ່າຍ ແລະ ສຳລັບຜູ້ທີ່ສົນໃຈເພີ່ມເຕີມ, ILSTA ກໍ່ຍັງຈະມີການຈັດບົດບັນຍາຍທາງອອນລາຍຕື່ມອີກໃນໄວໆນີ້! ເຊິ່ງທຸກຄົນສາມາດຕິດຕາມຂໍ້ມູນໄດ້ໃນສື່ອອນລາຍຂອງພວກເຮົາ

 

Comments are closed.