ກອງປະຊຸມສຳມະນາກ່ຽວກັບ ຮ່າງລັດຖະບັນຍັດຂອງປະທານປະເທດວ່າດ້ວຍ ການດຳເນີນຄະດີປົກຄອງ

ໃນວັນທີ 17 ທັນວາ ທີ່ຜ່ານມານີ້ ສານປະຊາຊົນສູງສຸດ ໄດ້ຈັດກອງປະຊຸມສຳມະນາກ່ຽວກັບ ຮ່າງລັດຖະບັນຍັດຂອງປະທານປະເທດວ່າດ້ວຍ ການດຳເນີນຄະດີປົກຄອງ. ທ່ານ ຄຳພາ ແສງດາລາ, ປະທານສານປະຊາຊົນສູງສຸດ ໄດ້ເປັນປະທານກອງປະຊຸມດັ່ງກ່າວ ເຊິ່ງບັນດາຮອງລັດຖະມົນຕີ, ເຈົ້າແຂວງ, ເຈົ້າເມືອງ ແລະ ນັກຊ່ຽວຊານທາງດ້ານກົດໝາຍລະດັບອາວຸໂສ ກໍໄດ້ເຂົ້າຮ່ວມໃນກອງປະຊຸມຄັ້ງນີ້.

ປະທານສານປະຊາຊົນສູງສຸດ, ທ່ານ ຄຳພາ ກ່າວວ່າ “ ສານປົກຄອງແມ່ນໄດ້ກວດກາວ່າການກະທຳຂອງລັດຖະບານແມ່ນໄດ້ສອດຄ່ອງກັບກົດໝາຍ. ປະຈຸບັນພົນລະເມືອງທຸກຄົນຈະສາມາດປ້ອງກັນສິດທິຂອງເຂົາເຈົ້າໄດ້ ຖ້າຫາກວ່າພວກເຂົາເຈົ້າບໍ່ໄດ້ຮັບການເຄົາລົບຈາກເຈົ້າໜ້າທີ່ລັດ. ຈົນເຖິງປະຈຸບັນນີ້, ບັນດາກໍລະນີດັ່ງກ່າວສ່ວນຫຼາຍແມ່ນຕົກຢູ່ໃນສະພາແຫ່ງຊາດ, ເຊິ່ງບໍ່ແມ່ນສະຖານທີ່ ທີ່ເໝາະສົມສຳລັບການແກ້ໄຂຂໍ້ຂັດແຍ່ງດັ່ງກ່າວ ”.

ທ່ານ ຄຳພັນ ບຸນຜາຄົມ ຮອງປະທານສານປະຊາຊົນສູງສຸດໄດ້ສະເໜີ ກ່ຽວກັບຄວາມຄືບໜ້າຂອງຮ່າງກົດໝາຍ ດັ່ງກ່າວ ແລະ ໄດ້ຊີ້ໃຫ້ເຫັນວ່າ “ ການສ້າງຕັ້ງສານປົກຄອງແມ່ນເປັນບາດກ້າວທີ່ສຳຄັນໃນການກ້າວໄປສູ່ລັດແຫ່ງກົດໝາຍ, ເພື່ອຕ້ານການສໍ້ລາດບັງຫຼວງ ແລະ ຮັບປະກັນຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມເຊື່ອໝັ້ນ ທີ່ຫຼາຍກວ່າເກົ່າ ໃຫ້ແກ່ນັກລົງທຶນທີ່ສົ່ງເສີມການເຕີບໂຕຂອງເສດຖະກິດ ”.

ເຂດອຳນາດສານປົກຄອງນີ້ ແມ່ນແບ່ງອອກເປັນ 3 ຂັ້ນ ໂດຍປະກອບມີ ສານຂັ້ນຕົ້ນ, ຂັ້ນອຸທອນ ແລະ ຂັ້ນລົບລ້າງ. ຄະນະສານປົກຄອງຈະໄດ້ຖືກສ້າງຕັ້ງຂຶ້ນຢູ່ ສານປະຊາຊົນສູງສຸດ ທີ່ນະຄອນຫຼວງວຽງຈັນ, ສານປົກຄອງຂັ້ນອຸທອນຢູ່ ສານປະຊາຊົນພາກ ແລະ ສານປົກຄອງຂັ້ນຕົ້ນຢູ່ ສານແຂວງ. ການສ້າງໂຄງຮ່າງການຈັດຕັ້ງດັ່ງກ່າວນີ້ ກໍແມ່ນເພື່ອປົກປ້ອງ ແລະ ຮັບປະກັນສິດທິຂອງປະຊາຊົນ ຈາກການກະທຳທີ່ບໍ່ຖືກຕ້ອງຂອງພະນັກງານ, ເຈົ້າໜ້າທີ່ລັດ.

ກອງປະຊຸມສຳມະນາປຶກສາຫາລືລະດັບສູງຄັ້ງນີ້ ໄດ້ຮັບການສະໜັບສະໜູນຈາກ ສະຖາບັນຊ່ວຍເຫຼືອທາງດ້ານກົດໝາຍ ແລະ ວິຊາການຈາກປະເທດ ລຸກຊຳບວກ ເຊິ່ງໄດ້ໃຫ້ການສະໜັບສະໜູນການດຳເນີນກອງປະຊຸມດັ່ງກ່າວ ຕັ້ງແຕ່ ເດືອນ ກັນຍາ ປີ 2016 ທີ່ຜ່ານມາ ແລະ ພ້ອມທັງໃຫ້ການຊ່ວຍເຫຼືອທາງດ້ານວິຊາການ, ຊ່ຽວຊານຈາກຕ່າງປະເທດ ແລະ ການສະໜັບສະໜູນທາງດ້ານງົບປະມານ.

Comments are closed.