ບົດບັນຍາຍເປີດກວ້າງພາຍໃນຫົວຂໍ້ ”ການຕ້ານການສໍ້ລາດບັງຫຼວງ”

ບົດບັນຍາຍເປີດກວ້າງພາຍໃນຫົວຂໍ້ ”ການຕ້ານການສໍ້ລາດບັງຫຼວງ” ໄດ້ຖືກຈັດຂຶ້ນທີ່ຄະນະນິຕິສາດ ແລະ ລັດຖະສາດ, ມະຫາວິທະຍາໄລແຫ່ງຊາດລາວ. ບົດບັນຍາຍດັ່ງກ່າວເປັນໜຶ່ງໃນກິດຈະກຳເພື່ອການເສີມຂະຫຍາຍຄວາມຮູ້ ແລະ ຂໍ້ມູນກ່ຽວກັບການສໍ້ລາດບັງຫຼວງ. ເນື່ອງໃນໂອກາດວັນຕ້ານການສໍ້ລາດບັງຫຼວງສາກົນນີ້, ທາງສະຖາບັນ ILSTA ຂອງພວກເຮົາຖືເອົາກິດຈະກຳດັ່ງກ່າວ ເປັນການເສີມຂະຫຍາຍຄວາມສຳຄັນ ໃນການຕ້ານການສໍ້ລາດບັງຫຼວງ.

ໃນການບັນຍາຍຄັ້ງນີ້ ແມ່ນນຳສະເໜີໂດຍ ທ່ານນາງ ອາລີນາ ທີມຸດສ໌, ຊ່ຽວຊານຈາກສະຖາບັນ ILSTA. ບັນຍາກາດໃນການຮຽນຮູ້ ແລະ ແລກປ່ຽນຂໍ້ມູນ ແມ່ນດໍາເນີນໄປຢ່າງຄຶກຄື້ນ, ຜ່ານການຖາມ-ຕອບ ແລະ ປະກອບສວ່ນໂດຍ ນັກຮຽນ ແລະ ຄູອາຈານເຂົ້າຮ່ວມເຖິງ 149 ທ່ານ.

Comments are closed.