ການຝຶກອົບຮົມກ່ຽວກັບ “ການສ້າງຄວາມເຂັ້ມແຂງໃນວຽກງານຕ້ານການສໍ້ລາດບັງຫຼວງ” ທີ່ເມືອງ ວັງວຽງ

ສະຖາບັນຊ່ວຍເຫຼືອດ້ານກົດໝາຍ ແລະ ວິຊາການ ຮ່ວມມືກັບ ອົງກາໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ ໄດ້ຈັດການຝຶກອົບຮົມກ່ຽວກັບ “ການສ້າງຄວາມເຂັ້ມແຂງໃນວຽກງານຕ້ານການສໍ້ລາດບັງຫຼວງ” ໃຫ້ແກ່ໄອຍາການ ທົ່ວພາກກາງ ຂອງ ສປປ ລາວ ທີ່ເມືອງ ວັງວຽງ, ແຂວງວຽງຈັນ.
ການເຝິກອົບຮົມໃນຄັ້ງນີ້ ແມ່ນເຂົ້າຮ່ວມໂດຍ ບັນດາພະນັກງານຈຳນວນຫຼາຍກວ່າ 65 ທ່ານ ຈາກອົງການໄອຍະການປະຊາຊົນພາກກາງ, ອົງການໄອຍະການທະຫານ ແລະ ອົງການໄອຍະການປະຈຳ 6 ແຂວງພາກກາງ, ເຊິ່ງລວມມີ ແຂວງ ວຽງຈັນ, ໄຊສົມບູນ, ຊຽງຂວງ, ບໍລິຄຳໄຊ, ຄຳມ່ວນ ແລະ ນະຄອນຫຼວງວຽງຈັນ.
ຜູ້ອຳນວຍການ ແລະ ເຈົ້າໜ້າທີ່ໂຄງການ ຈາກສະຖາບັນ ILSTA, ທ່ານ ຈອນ ຄອນນໍລີ ແລະ ທ່ານ ຄິດ ຟາຄູຮາຊັນ ໃຫ້ນຳພາໃນການນຳສະເໜີໃນຫົວຂໍ້ກ່ຽວກັບ ການສໍ້ລາດບັງຫຼວງ, ການຟອກເງິນ ແລະ ການສືບສວນ-ສອບສວນດ້ານການເງິນ. ມື້ທຳອິດຂອງການເຝິກອົບຮົມດຳເນີນໄປດ້ວຍການແລກປ່ຽນ ແລະ ຖາມຕອບລະຫວ່າງຊ່ຽວຊານ ແລະ ຜູ້ເຂົ້າຮ່ວມຢ່າງຄຶກຄື້ນ. ການເຝິກອົບຮົມແມ່ນພວມດຳເນີນຢູ່ ແລະ ຈະດຳເນີນຈົນເຖິງວັນທີ 4 ມີນາ ທີ່ຈະນາເຖິງນີ້.
Comments are closed.