ກອງປະຊຸມລະດັບຊາດຈະໄດ້ຈັດຂຶ້ນທຸກໆປີ

ອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ(OSPP)  ຮ່ວມມືກັບສະຖາບັນຊ່ວຍເຫຼືອທາງດ້ານກົດຫມາຍ ແລະ ວິຊາການ (ILSTA) ແລະ ຄູ່ຮ່ວມມືສາກົນຈາກ ລຸກຊຳບວກ ແລະ ການາດາ, ໄດ້ຈັດກອງປະຊຸມລະດັບຊາດ ຄັ້ງທຳອິດຂຶ້ນເພື່ອຈຸດປະສົງ ຕອບໂຕ້ໄພຂົ່ມຂູ່ສາກົນ ຈາກການຄ້າມະນຸດ, ການລັກລອບຂົນແຮງງານເຄື່ອນຍ້າຍ ແລະ ອາຊະຍາກໍາທີ່ມີການຈັດຕັ້ງ. ກອງປະຊຸມຄັ້ງນີ້ໄດ້ເຊີນບັນດາ ພະນັກງານໄອຍະການ, ຕຸລາການ ແລະ ຕໍາຫຼວດ ຈາກ 17 ແຂວງຂອງລາວ ເຂົ້າຮ່ວມເພື່ອຍົກສູງການປະສານຮ່ວມມື ແລະ ຄວາມພະຍາຍາມຮ່ວມກັນ ຕໍ່ສູ້ກັບໄພຂົ່ມຂູ່ທີ່ຮ້າຍແຮງເຫຼົ່ານີ້ ທີ່ມີຕໍ່ສັງຄົມ.

ທ່ານ ຄຳສານ ສຸວົງ ປະທານອົງການໄອຍະການປະຊາຊົນສູງສຸດ ກ່າວວ່າ: ນີ້ແມ່ນກອງປະຊຸມຄັ້ງທໍາອິດ ທີ່ໄດ້ເຊີນເອົາ ບັນດາອົງການຈັດຕັ້ງບັງຄັບໃຊ້ກົດໝາຍທີ່ສຳຄັນ ມາຈາກທຸກໆແຂວງ ຮວມທັງຜູ້ຕາງໜ້າຈາກກະຊວງການຕ່າງປະເທດ ແລະ ກະຊວງຍຸຕິທຳ ເພື່ອຮ່ວມກັນແກ້ໄຂບັນຫາທີ່ມີຄວາມເຊື່ອມໂຍງການນີ້. ທ່ານກ່າວຕື່ມອີກວ່າ: ມັນມີຄວາມສຳຄັນຫຼາຍທີ່ຈະຕ້ອງໄດ້ວິເຄາະບັນຫາເຫຼົ່ານີ້ຮ່ວມກັນ ແລະ ຖອດຖອນບົດຮຽນ ກ່ຽວກັບວິທີປະຕິບັດທີ່ດີສຸດ ໃນການຕໍ່ຕ້ານສິ່ງທ້າທາຍເລົ່ານີ້. ເນື່ອງຈາກວ່າ ກະແສໂລກາພິວັດເພີ່ມຂຶ້ນ, ອາຊະຍາກຳຂ້າມຊາດ ແລະ ການຄ້າມະນຸດ ກໍ່ເພີ່ມຂຶ້ນເຊັ່ນດຽວກັນ ແລະ ມັນກໍ່ແມ່ນໜ້າທີ່ຮັບຜິດຊອບຂອງພວກເຮົາທີ່ຈະຕໍ່ສູ້ກັບມັນ.

ທ່ານ. ຄຳປານ ໄຊຍະວົງ ຈາກ ກົມສະກັດກັ້ນ ແລະ ຕ້ານການຄ້າມະນຸດ, ກະຊວງປ້ອງກັນຄວາມສະຫງົບ ໄດ້ນໍາສະເຫນີ ຂໍ້ມູນລາຍລະອຽດ ຕໍ່ທີ່ປະຊຸມ, ໂດຍໄດ້ອະທິບາຍເຖິງການປະຕິບັດໜ້າທີ່ຂອງກົມຕໍ່ຕ້ານ ແລະ ສະກັດກັ້ນການຄ້າມະນຸດ ໃນການເຜີຍແຜ່ຂໍ້ມູນກ່ຽວກັບການຄ້າມະນຸດ ແລະ ການຈັດຝຶກອົບຮົມທາງດ້ານກົດຫມາຍ ກ່ຽວກັບອົງປະກອບຂອງອາຊະຍາກຳການຄ້າມະນຸດ. ພະນັກງານບັງຄັບໃຊ້ກົດຫມາຍ ຈຳຕ້ອງເຂົ້າໃຈແຈ້ງກ່ຽວກັບອົງປະກອບທີ່ສຳຄັນຂອງການຄ້າມະນຸດ ເພື່ອທີ່ຈະນຳເອົາຜູ້ກະທຳຜິດມາດຳເນີນຄະດີຕາມລະບົບສານ.

ນອກນີ້ ທ່ານ. ຄຳປານ ຍັງໄດ້ເປີດເຜີຍໃຫ້ຮູ້ກ່ຽວກັບວິທີການ ທີ່ນັກຄ້າມະນຸດນຳໃຊ້ເພື່ອ ຫຼອກລວງ ຜູ້ເຄາະຮ້າຍທີ່ໜຸ່ມນ້ອຍໃຫ້ຕົກເປັນເຍື່ອ ຫຼື ສິ່ງທີ່ເອີ້ນວ່າຂ້າທາດຍຸກໃໝ່. ເປົ້າໝາຍໜຶ່ງດຽວຂອງຜູ້ກະທຳຜິດ ກໍເພື່ອຫາເງິນເຂົ້າຖົງຕົນ ໂດຍຮູບການຂູດຮີດຜູ້ຖືກເຄາະຮ້າຍ; ເຊິ່ງມັກຈະມີອາຍຸແຕ່ 10-25 ປີ ເນື່ອງຈາກວ່າເຂົາເຈົ້າມັກຈະເປັນກຸ່ມສ່ຽງ ແລະ ງ່າຍດາຍໃນການຄວບຄຸມ. ຜູ້ຕົກເປັນເຍື່ອມັກຈະຖືກຂູດຮີດຢ່າງໂຫດຮ້າຍປ່າເທື່ອນ ຈາກນັກຄ້າມະນຸດ ແລະ ກໍ່ມັກຈະຖືກບັງຄັບໃຫ້ເປັນໂສເພນີ, ຖືກທູບຕີ, ທໍລະມານ ແລະ ຖືກຂ້າ. ເຂົ້າເຈົ້າໄດ້ຮັບຄວາມທໍລະມານ ທາງດ້ານຫ່າງກາຍ ແລະ ໄດ້ຮັບຜົນກະທົບທາງດ້ານຈິດໃຈໄລຍະຍາວ.

ກອງປະຊຸມໄດ້ຈັດຂຶ້ນ 3 ວັນ ເຊິ່ງໄດ້ເຊີນຊຽວຊານ ຈາກອົງການ UNODC, ອົງການຈັດຕັ້ງສາກົນເພື່ອການເຄື່ອນຍ້າຍຖີ່ນຖານ (IOM), ອົງການ UN-ACT ແລະ ສະຖາບັນ ILSTA. ທ່ານ. ເວີນສະຫວັນ ສີວີໄລ ຮອງຫົວໜ້າສຳນັກງານຂໍ້ມູນຕ້ານການຟອກເງິນ (AMLIO) ຂອງທະນາຄານແຫ່ງ ສປປ ລາວ ເນັ້ນຫນັກວ່າ ວິທີທີ່ສໍາຄັນໃນການລົງໂທດ ນັກຄ້າມະນຸດແມ່ນຕ້ອງເລັງໃສ່ລາຍຮັບອາຊະຍາກຳທີ່ໄດ້ຈາກ ການຄ້າມະນຸດ. ສະນັ້ນ ທະນາຄານຈໍາເປັນຕ້ອງມີຄວາມຕື່ນຕົວຕໍ່ທຸລະກຳທີ່ຜິດປົກກະຕິ ແລະ ຈຳເປັນຕ້ອງໄດ້ບັງຄັບໃຊ້ ມາດຕະການ “KYC” (ຮູ້ວ່າລູກຄ້າຂອງທ່ານ) ຢ່າງຖືກຕ້ອງເໝາະສົມ.

ກອງປະຊຸມຄັ້ງນີ້ໄດ້ຮັບການສະໜັບສະໜຸນໂດຍກະຊວງການເງິນ ລຸກຊຳບວກ ແລະ ລັດຖະບານ ການາດາ. ທ່ານ. ກລອດ ເຈນເກນ ອຸປະທູດ ລຸກຊຳບວກ ເນັ້ນຫນັກວ່າ ການຕອບໂຕ້ທີແຂງແຮງ ແລະ ມີການປະສານສົມທົບກັນ ແມ່ນມີຄວາມຈຳເປັນໃນການຕໍ່ສູ້ກັບການລັກລອບຂົນແຮງງານເຄື່ອນຍ້າຍ ແລະ ການຄ້າມະນຸດ. ທ່ານ ນາງ ລີ-ແອນ ເຮີແມນ ອຸປະທູດການາດາໄດ້ກ່າວວ່າ ທາງການາດາມີຄວາມຍິນດີທີ່ຈະສະຫນັບສະຫນູນການສ້າງຄວາມອາດສາມາດໃນ ສປປ ລາວ ໃນຂະແຫນງກົດຫມາຍ ແລະ ສະຖາບັນການເງິນ ເພື່ອການຕໍ່ຕ້ານກິດຈະກຳຂ້າມຊາດທີ່ຜິດກົດໝາຍ.

ໜຶ່ງໃນບັນດາຄໍາແນະນໍາ ແລະ ຂໍ້ສະເໜີ ຈາກກອງປະຊຸມໃນຄັ້ງນີ້ ແມ່ນການຕັດສິນໃຈ ເຮັດໃຫ້ເວທີດັ່ງກ່າວ ກາຍເປັນກອງປະຊຸມສ້າງຄວາມເຂັ້ມແຂງ ປະຈຳປີ ເພື່ອສົ່ງເສີມການຮ່ວມມືລະຫວ່າງບັນດາອົງການບັງຄັບໃຊ້ກົດໝາຍລະດັບຊາດ ແລະ ຍັງເປັນການໂອກາດ ແກ່ການຖອດຖອນບົດຮຽນຈາກ ຊ່ຽວຊານລະດັບຊາດ, ພາກພື້ນ ແລະ ສາກົນ. ນອກນີ້ທີ່ປະຊຸມຍັງໄດ້ແນະນຳໃຫ້ມີການຍົກສູງການສ້າງຄວາມຮັບຮູ້ແລະ ເຂົ້າໃຈ ໃຫ້ກັບສັງຄົມທຸກລະດັບກ່ຽວກັບຜົນກະທົບທີ່ຮ້າຍແຮງຂອງການຄ້າມະນຸດ, ການລັກລອບຂົນແຮງງານເຄື່ອນຍ້າຍ ແລະ ອາຊະຍາກຳທີ່ມີການຈັດຕັ້ງ ແລະ ຄວາມສ່ຽງຂອງອາດຊະຍາກຳຮ້າຍແຮງເລົ່ານີ້ ທີ່ມີຕໍ່ການພັດທະນາປະເທດຊາດ.

ທ່ານ. ຣິດຊາດ ຟີລີບປາດ ຫົວໜ້າ ສະຖາບັນ ຊ່ວຍເຫຼືອທາງດ້ານກົດໝາຍ ແລະ ວິຊາການ (ILSTA), ເນັ້ນຫນັກວ່າອາຊະຍາກໍາຂ້າມຊາດຈະໄດ້ຮັບການແກ້ໄຂຢ່າງມີປະສິດທິຜົນ ກໍ່ຕໍ່ເມື່ອມີການຮ່ວມມືກັນລະຫວ່າງອົງການທີ່ບັງຄັບໃຊ້ກົດຫມາຍທັງພາຍໃນປະເທດ ແລະ ຕ່າງປະເທດ.

 

Comments are closed.