ຊຸດບັນຍາຍເປີດກ້ວາງ ປະຈຳປີ 2017 ພາກທີ1

ສະຖາບັນຊ່ວຍເຫຼືອກົດໝາຍ ແລະ ວິຊາການ ILSTA ຮ່ວມກັບຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດລາວ ໄດ້ຈັດຊຸດບັນຍາຍເປີດກ້ວາງແຕ່ປີ 2015 ເປັນຕົ້ນມາ, ເຊິ່ງໄດ້ເຊີນເອົາ ບັນດາວິຊາການແຖວໜ້າ ແລະ ຊ່ຽວຊານດ້ານກົດໝາຍໃນລາວ ຈາກພາກລັດ ແລະ ເອກະຊົນ ເພື່ອແບ່ງປັນປະສົບການກັບນັກສຶກສາ ແລະ ຄູອາຈານ.

ທຸກທ່ານສາມາດເຂົ້າຮ່ວມຮັບຟັງ ແລະ ແລກປ່ຽນຄຳເຫັນ ໃນຊຸດບັນຍາຍເປີດກ້ວາງ, ເຊິ່ງຈະໃຊ້ເວລາປະມານ 1.30 ຊົ່ວໂມງ ຕິດຕາມດ້ວຍ ການແລກປ່ຽນຄວາມຄິດເຫັນ, ປຶກສາຫາລື ແລະ ຖາມ-ຕອບ. ການບັນຍາຍແມ່ນຈະໄດ້ຈັດຂຶ້ນທີ່ ຫ້ອງປະຊຸມ ຕຶກ L ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ ຕັ້ງຢູ່ບ້ານດອນນົກຂຸ້ມ. ນັກສຶກສາ, ຄູອາຈານ, ຊ່ຽວຊານດ້ານກົດໝາຍ ແລະ ທຸກທ່ານທີ່ສົນໃຈສາມາດເຂົ້າຮ່ວມການບັນຍາຍເປີດຄັ້ງຕໍ່ໄປໄດ້, ເຊິ່ງຈະຈັດຂຶ້ນໃນຫົວຂໍ້: ‘ພັນທະດ້ານພາສີ ອາກອນຂອງປະຊາຊົນລາວ’ ໃນວັນທີ 10 ພຶດສະພາ 2017 ເລີ່ມແຕ່ເວລາ 13:30 ໂມງ. ສຳລັບຂໍ້ມູນລະອຽດເພີ່ມເຕີມທ່ານສາມາດເບິ່ງແຜນຊຸດບັນຍາຍເປີດກ້ວາງລຸ່ມນີ້:

Open Lecture series 2017 part 1

Mr Vixay Syhapanya responded to an audience's question

Comments are closed.