ພະນັກງານບັງຄັບໃຊ້ກົດໝາຍ ບັນດາແຂວງພາກເໜືອ ໄດ້ຮັບການຝຶກອົບຮົມ ການຕໍ່ຕ້ານ ອາຊະຍາກຳທີ່ມີການຈັດຕັ້ງ ແລະ ການຟອກເງິນ

ສະຖາບັນ ILSTA ຮ່ວມກັບ ອົງການໄອຍາການປະຊາຊົນສູງສຸດ ໄດ້ສືບຕໍ່ຈັດຝຶກອົບຮົມ ກ່ຽວກັບການຕ້ານອາຊະຍາກຳທີ່ມີການຈັດຕັ້ງ ແລະ ການຟອກເງິນ ໂດຍເນັ້ນໃສ່ ການຈຳແນກປະເພດອາຊະຍາກຳ, ການຄ້າມະນຸດ ແລະ ການລັກລອບນຳຄົນເຂົາອອກເມືອງຜິດກົດໝາຍ.

ການຝຶກອົບຮົມນີ້ໄດ້ຮັບການຊ່ວຍເຫຼືອທາງການເງິນຈາກ ກະຊວງການເງິນ ລຸກຊຳບວກ ແລະ ໄດ້ຮັບການເປີດຂຶ້ນຮ່ວມກັນໂດຍ ທ່ານ ບຸນຍັງ ຈັນດາລາສານ ຮອງປະທານອົງການໄອຍາການປະຊາຊົນສູງສຸດ ແລະ ທ່ານ ຣິຊາດ ຟິລີບປາດ ຫົວໜ້າສະຖາບັນ ILSTA ແລະ ເຂົ້າຮ່ວມໂດຍ ພະນັກງານທີ່ມາຈາກ ອົງການໄອຍາການປະຊາຊົນ, ພະແນກ ປ້ອງກັນຄວາມສະຫງົບແຂວງ ທີ່ມາຈາກ ສີ່ ແຂວງ ພາກເໜືອ: ບໍ່ແກ້ວ, ຫຼວງນໍ້າທາ, ຫຼວງພະບາງ ແລະ ໄຊຍະບູລີ ຮວມທັງ ພະນັກງານ ຈາກອົງການໄອຍະການສູງສຸດ ແລະ ຊ່ຽວຊານຈາກ ສະຖາບັນ ILSTA ເຂົ້າຮ່ວມຫຼາຍກ່ວາ 50 ທ່ານ.

ແນວຄິດລິເລີ່ມນີ້ແມ່ນສ່ວນໜຶ່ງຂອງ ຊຸດຝຶກອົບຮົມ ທີ່ສະຖາບັນ ILSTA ໂດຍການຮ່ວມມືກັບ ອົງການໄອຍະການສູງສຸດ ພວມຈັດ ແລະ ກໍ່ຈະໄດ້ຈັດຂຶ້ນສຳລັບ ພະນັກງານບັງຄັບໃຊ້ກົດໝາຍໃນຂອບເຂດທົ່ວປະເທດ. ຊຸດຝຶກອົບຮົມ ດັ່ງກ່າວມີຈຸດປະສົງທີ່ຈະ ຍົກສູງຄວາມຮັບຮູ້, ຄວາມເຂົ້າໃຈ ແລະ ແລກປ່ຽນບັນດາ ບັນດາວິທີປະຕິບັດທີ່ດີ ກ່ຽວກັບ ບັນຫາອາຊະຍາກຳທີ່ມີການຈັດຕັ້ງທີ່ເກີດຂຶ້ນໃນປະຈຸບັນ ແລະ ຄວາມເຊື່ອມໂຍງກັບ ການຟອກເງິນ, ໂດຍສຸມໃສ່ ການຄ້າມະນຸດ ແລະ ການລັກລອບຂົນຄົນເຂົ້າອອກເມືອງ ເພື່ອໃຫ້ ພະນັກງານບັງຄັບໃຊ້ກົດໝາຍ ມີຄວາມສາມາດສູງຂຶ້ນກ່ວາເດີມໃນການ ແກ້ໄຂບັນຫາເລົ່ານີ້ ໃນແຂວງຂອງເຂົາເຈົ້າ.

ນອກນີ້ຊຸດຝຶກອົບຮົບລັກຊະນະດຽວກັນຍັງຈະໄດ້ຈັດຂຶ້ນສຳລັບ ພະນັກງານບັງຄັບໃຊ້ກົດໝາຍໃນບັນດາແຂວງພາກເໜືອອື່ນໆອີກ, ບັນດາແຂວງພາກກາງ ແລະ ແຂວງພາກໃຕ້ ຕະຫຼອດປີນີ້.

ແຜນງານການຝຶກອົບຮົມນີ້ ຖືກຈັດຂຶ້ນພາຍໃຕ້ກອບ ແຜນການຮ່ວມມື ຫ້າປີ ລະຫວ່າງ ສະຖາບັນ ILSTA ແລະ ອົງການໄອຍາການປະຊາຊົນສູງສຸດ ແລະ ກໍ່ເປັນສ່ວນໜຶ່ງ ຂອງໂຄງການຕ່າງໆ ທີ່ສຸມໃສ່ການສ້າງຄວາມເຂັ້ມແຂງ ໃນຂະແໜງກົດໝາຍ. ສະຖາບັນ ILSTA ສະໜັບສະໜຸນ ລັດຖະບານລາວ ໃນຄວາມພະຍາຍາມ ໃນການສ້າງຄວາມເຂັ້ມແຂງໃຫ້ກັບ ສະຖາບັນດ້ານກົດໝາຍຕ່າງໆ ແລະ ພັດທະນາປະເທດໃຫ້ເປັນລັດ ທີ່ປົກຄອງດ້ວຍກົດໝາຍ.

 

Training

FB2

Organised crime training Bokeo

Comments are closed.