ສະຖາບັນອີນສຕາສະໜັບສະໜູນການປຶກສາຫາລື ຮ່າງໂຄງສ້າງຄູ່ມືການຕ້ານການສໍ້ລາດບັງຫຼວງ

ຫ້ອງການກວດກາມະຫາວິທະຍາໄລແຫ່ງຊາດລາວ ໂດຍໄດ້ຮັບການສະໜັບສະໜຸນຈາກ ສະຖາບັນຊ່ວຍເຫຼືອດ້ານກົດໝາຍ ແລະ ວິຊາການ ໄດ້ຈັດກອງປະຊຸມປຶກສາຫາລື ຮ່າງໂຄງສ້່າງ ປຶ້ມຄູ່ມືການຕໍ່ຕ້ານການສໍລາດບັງຫຼວງ, ເຊິ່ງຈະໄດ້ຮັບການພັດທະນາໃຫ້ກາຍເປັນ ປຶ້ມຄູ່ມືເພື່ອການຮຽນການສອນໃນຫົວຂໍ້ດັ່ງກ່າວໃນຂອບເຂດມະຫາວິທະຍາໄລແຫ່ງຊາດ ພາຍຫຼັງຮ່າງດັ່ງກ່າວໄດ້ຮັບຄວາມເຫັນດີໂດຍຄະນະກຳມະການຮ່າງ.

ກອງປະຊຸມດັ່ງກ່າວຈັດຂຶ້ນພາຍໃຕ້ການເປັນປະທານຂອງ ຮສຈ ປອ ອຸດົມ ພອນຄຳເພງ ປະທານກວດກາ ແລະ ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ແລະ ເຂົ້າຮ່ວມໂດຍ ຄະນະກຳມະການຮ່າງປື້ມຄູ່ມື, ຕາງໜ້າອົງການລັດຖະບານ ແລະຊ່ຽວຊານຈາກສະຖາບັນຊ່ວຍເຫຼືອດ້ານກົດໝາຍ ແລະ ວິຊາການ (ILSTA) ຈຳນວນສີບກ່ວາທ່ານ.

ເປົ້າໝາຍຂອງການປຶກສາຫາລືໃນຄັ້ງນີ້ກໍເພື່ອ ອຳນວຍຄວາມສະດວກໃຫ້ແກ່ຄະນະກຳມາທິການຮ່າງປື້ມຄູ່ມື ສາມາດປຶກສາຫາລື, ແລກປ່ຽນຄວາມຄິດເຫັນ ແລະ ໃຫ້ຄຳແນະນຳ ເຂົ້າໃນໂຄງສ້າງ ປື້ມຄູ່ມືກ່ຽວກັບການຕ້ານການການສໍ້ລາດບັງຫຼວງ, ເຊິ່ງຈະຖືກພັດທະນາເປັນປື້ມນຳໃຊ້ເຂົ້າໃນການສອນ ແລະ ການຮຽນ ໃນທຸກຄະນະວິຊາຂອງມະຫາວິທະຍາໄລແຫ່ງຊາດ.

ນອກນີ້ໃນປີຜ່ານມາ ສະຖາບັນ ILSTA ໄດ້ສະໜັບສະໜຸນ ການຈັດຝຶກອົບຮົມໄລຍະສາມວັນ ສຳລັດພະນັກງານກວດກາ ທີ່ເຮັດວຽກໃນຄະນະຕ່າງໆຂອງມະຫາວິທະຍາໄລແຫ່ງຊາດ. ການຝຶກອົບຮົມດັ່ງກ່າວ ເຊິ່ງມີຜູ້ເຂົ້າຮ່ວມຫຼາຍກ່ວາ 40 ທ່ານ ສຸມໃສ່ ການຍົກສູງການປ້ອງກັນ ແລະ ວຽກງານສືບສວນສອບສວນ ເພື່ອຫຼຸດຜ່ອນ ການສໍ້ລາດບັງຫຼວງ ໃນຂະແໜງສຶກສາ.

ຫວ່າງບໍ່ດົນມານີ້ ທ່ານ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ກ່າວວ່າ ຈະປາບປາມ ການສໍ້ລາດບັງຫຼວງທີ່ຝັງຮາກເລີກໃນອົງການຈັດຕັ້ງຂອງລັດຖະບານ ເພື່ອຫຼີກເວັ້ນການສູນເສຍລາຍຮັບເພີ່ມເຕີມ ທີ່ມີຈໍາເປັນຫຼາຍຂຶ້ນສຳລັບການພັດທະນາປະເທດ ແລະ ໄດ້ຮຽກຮ້ອງໃຫ້ປະຊາຊົນລາວ ປະກອບສ່ວນຊ່ວຍເຫຼືອ ລັດຖະບານໃນຄວາມພະຍາຍາມດັ່ງກ່າວ. ອົງການຄວາມໂປ່ງໄສສາກົນ ໄດ້ຈັດປະເທດລາວ ສຳລັບປີ2016 ຢູ່ໃນລຳດັບທີ 123 ໃນບັນດາ 176 ປະເທດ ສຳລັບມາດຕະການຕ່າງໆ ທີ່ມີຮູບປະທຳໃນການ ຈັດການກັບບັນຫາຄວາມໂປງໄສຂອງພາກລັດ. ລຳດັບດັ່ງກ່າວແມ່ນດີຂຶ້ນ ແລະ ຫບັບຈາກ ອັນດັບ 139 ສໍາລັບປີ 2015.

ການຊ່ວຍເຫຼືອທີ່ສະໜອງແກ່ມະຫາວິ ທະຍາໄລແຫ່ງຊາດ ເປັນສ່ວນໜຶ່ງຂອງການຊ່ວຍເຫຼືອຕ່າງໆ ທີ່ສຸມໃສ່ການສ້າງຄວາມເຂັ້ມແຂງ ໃນຂະແໜງກົດໝາຍ ໂດຍເນັ້ນໃສ່ ຫົວຂໍ້ການສໍ້ລາດບັງຫຼວງ, ການຟອກເງິນ, ອາຊະຍາກຳທີ່ມີການຈັດຕັ້ງ, ການຄ້າມະນຸດ, ການລັກລອບນຳຄົນເຂົ້າອອກເມືອງ ແລະອື່ນໆ ທີ່ສະຖາບັນ ອີນສຕາ ພວມໃຫ້ການຊ່ວຍເຫຼືອລາວ ເພື່ອຍົກສູງຄວາມໂປ່ງໄສ ແລະ ລັດທີ່ປົກຄອງດ້ວຍກົດໝາຍ.

2 3

Anti-corruption consultation

Anti-corruption consultation

Comments are closed.