ກິດຈະກຳເຜີຍແຜ່ຂໍ້ມູນ ແລະ ປູກຈິດສຳນຶກຕ້ານການສໍ້ລາດບັງຫຼວງແກ່ພະນັກງານກວດກາ ຈາກມະຫາວິທະຍາໄລແຫ່ງຊາດ

ຄຽງຄູ່ກັບການຈັດ ກອງປະຊຸມກ່ຽວກັບການຕ້ານການສໍ້ລາດບັງຫຼວງ, ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ, ສະຖາບັນ ILSTA ໄດ້ຈັດ ກິດຈະກຳເຜີຍແຜ່ຂໍ້ມູນ ແລະ ປູກຈິດສຳນຶກ ຕ້ານການສໍ້ລາດບັງຫຼວງ ຂຶ້ນໃນວັນພຸດທີ່ຜ່ານມາ ແກ່ພະນັກງານກວດກາ ຈາກມະຫາວິທະຍາໄລແຫ່ງຊາດ.

ພະນັກງານກວດກາຈາກ ຈາກມະຫາວິທະຍາໄລແຫ່ງຊາດ ໄດ້ຮັບການແນະນຳ ກ່ຽວກັບ ວິທີການເຂົ້າເຖິງຂໍ້ມູນຂ່າວສານ ແລະ ບົດບັນຍາຍດ້ານກົດໝາຍ ທາງອິນເຕີເນັດ ຂອງສະຖາບັນ ILSTA, ເຊິ່ງພວກເຂົາສາມາດເຂົ້າເບິ່ງ ວິດີໂອ, ບົດບັນຍາຍອອນລາຍ ແລະ ອຸປະກອນດ້ານວິຊາການກ່ຽວກັບກົດໝາຍ, ໂດຍສະເພາະກ່ຽວກັບປະເພດຂອງການສໍ້ລາດບັງຫຼວງ. ວິດີໂອ ກ່ຽວກັບຮູບແບບຂອງການສໍ້ລາດບັງຫຼວງ ໄດ້ຖືກນຳສະເໜີ ແລະ ແນະນຳໃຫ້ເປັນອີກເຄື່ອງມືໜຶ່ງ ທີ່ສາມາດນຳໃຊ້ໃນການ ສ້າງຈິດສຳນຶກຕ້ານການສໍ້ລາດບັງຫຼວງ ໃຫ້ແກ່ປະຊາຊົນທົ່ວໄປ ແລະ ໃນລະດັບສະຖາບັນ. ໃນຕອນທ້າຍຂອງກິດຈະກຳ, ຜູ້ເຂົ້າຮ່ວມທຸກຄົນ ໄດ້ຮັບໂປສເຕີ ກ່ຽວກັບການຕ້ານການສໍ້ລາດບັງຫຼວງ, ເຊິ່ງໄດ້ກວມເອົານິຍາມຂອງການໃຫ້ ແລະ ຮັບສິນບົນ, ການຊື້ຂາຍອິດທິພົນ, ການສໍ້ໂກງ ແລະ ການສວຍໃຊ້ອຳນາດໃນທາງທີ່ຜິດ.

Comments are closed.