“ກອງປະຊຸມຕ້ານການສໍ້ລາດບັງຫຼວງ, ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ“ ແກ່ພະນັກງານກວດກາ ຈາກມະຫາວິທະຍາໄລແຫ່ງຊາດ

“ກອງປະຊຸມຕ້ານການສໍ້ລາດບັງຫຼວງ, ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ“ ແກ່ພະນັກງານກວດກາ ຈາກມະຫາວິທະຍາໄລແຫ່ງຊາດ, ໄດ້ຖືກຈັດຂຶ້ນໂດຍ ສະຖາບັນ ILSTA ແລະ ຫ້ອງການກວດກາຂອງມະຫາວິທະຍາໄລແຫ່ງຊາດ, ທີ່ຫ້ອງຝຶກອົບຮົມຂອງສະຖາບັນ ILSTA ໃນອາທິດນີ້, ໃຫ້ກຽດເປັນປະທານໂດຍ ຮອງອະທິການບໍດີມະຫາວິທະຍະໄລແຫ່ງຊາດ, ທ່ານ ຮສ ໂພສີ ທິບດາວັນ ແລະ ປະທານສະຖາບັນ ILSTA, ທ່ານ ຣິຊາດ ຟີລິບປາດ.
ເຈົ້າໜ້າທີ່ຫຼາຍກວ່າ 20 ທ່ານຈາກຫ້ອງການກວດກາຈາກມະຫາວິທະຍາໄລແຫ່ງຊາດ, ອົງການກວດກາລັດ ແລະ ສຳນັກງານຂໍ້ມູນຕ້ານການຟອກເງິນ ໄດ້ເຕົ້າໂຮມກັນເພື່ອສ້າງຄວາມເຂົ້າໃຈ ແລະ ຄວາມສາມາດ ຕໍ່ການກວດກາ ແລະ ສືບສວນ ການສໍ້ລາດບັງຫຼວງ, ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ. ຜູ້ອຳນວຍການສະຖາບັນ ILSTA, ທ່ານ ຈອນ ຄອນນໍລີ ແລະ ເຈົ້າໜ້າທີ່ໂຄງການສະຖາບັນ ILSTA, ທ່ານນາງ ອາລິນາ ທີມຸດ ແລະ ທ່ານ ຄິດ ຟາຄູຮາຊັນ, ໄດ້ດຳເນີນການບັນຍາຍຫຼາຍບົດ ກ່ຽວກັບ ການສືບສວນ-ສອບສວນດ້ານການເງິນ, ປະເພດຂອງການສໍ້ລາດບັງຫຼວງ ແລະ ການຟອກເງິນ, ເຊິ່ງຕາມດ້ວຍຫຼາຍກິດຈະກຳການຖາມ – ຕອບຢ່າງຄຶກຄື້ນ.
ນອກເໜືອຈາກ ການບັນຍາຍຈາກສະຖາບັນ ILSTA, ບັນດາຜູ້ຕາງໜ້າ ຈາກສຳນັກງານຂໍ້ມູນຕ້ານການຟອກເງິນ, ອົງການກວດກາລັດ ແລະ ຫ້ອງການກວດກາຂອງ ມະຫາວິທະຍາໄລແຫ່ງຊາດ ໄດ້ນຳພາໃນການສົນທະນາກ່ຽວກັບ ພາລະບົດບາດ ແລະ ໜ້າທີ່ ຂອງເຈົ້າໜ້າທີ່ຕ້ານການສໍ້ລາດບັງຫຼວງ, ຄຽງຄູ່ກັບ ການແນະນຳຂັ້ນຕອນໃນການສືບສວນ-ສອບສວນ ຂອງປະເທດລາວ ຕໍ່ການສໍ້ລາດບັງຫຼວງ, ການຟອກເງິນ ແລະ ການສະໜອງທຶນ ໃຫ້ແກ່ຜູ້ກໍ່ການຮ້າຍ.
Comments are closed.