Author Archive | John Connolly

ເເນວຄວາມຄິດຂອງລັດເເຫ່ງກົດໝາຍ

ທ່ານ ປອ ເພີຣິນ ຊິມອນ ພະນັກງານປະສານງານຂອງມະຫາວິທະຍາໄລລຸກຊຳບວກ, ມີຫ້ອງການຢູ່ທີ່ຄະນະນິຕິສາດ ເເລະ ລັດຖະສາດ ມະຫາວິທະຍາໄລເເຫ່ງຊາດ, ໄດ້ເປີດຊຸດບັນຍາຍຄັ້ງທຳອິດຂອງສົກຮຽນປີ 2018-2019 ເເລະ ຖືກຈັດຂຶ້ນໂດຍສະຖາບັນຊ່ວຍເຫຼືອທາງດ້ານກົດໝາຍ ເເລະ ວິຊາການ ທີ່ຄະນະນິຕິສາດ-ລັດຖະສາດ ໃນວັນທີ 2 ພະຈິກ ປີ 2018 ໃນຫົວຂໍ້ ‘’ເເນວຄວາມຄິດຂອງລັດເເຫ່ງກົດໝາຍ’’, ໂດຍມີນັກສຶກສາ ເເລະ ຄູອາຈານ, ພ້ອມດ້ວຍນັກວິຊາຊີບກົດໝາຍເຂົ້າຮ່ວມປະມານ 200 ກວ່າຄົນ, ການບັນຍາຍດ່ັ່ງກ່າວນັ້ນ, ໄດ້ສົ່ງເສີມໃຫ້ມີການເເລກປ່ຽນຄວາມຄິດເຫັນທີ່ສ້າງສັນບົນພື້ນຖານອົງປະກອບຂອງການສ້າງຕັ້ງລັດເເຫ່ງກົດໝາຍຂອງ ສປປ ລາວ.

Continue Reading

ກອງປະຊຸມສຳມະນາ ເຜີຍເເຜ່ກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ ເເລະ ວຽກງານຕ້ານອາຊະຍາກຳການສໍ້ລາດບັງຫຼວງ

ອົງການໄອຍະການປະຊາຊົນສູງສຸດເເຫ່ງ ສປປ ລາວ ເເລະ ສະຖາບັນຊ່ວຍເຫຼືອທາງດ້ານກົດໝາຍ ເເລະ ວິຊາການ ໄດ້ຈັດກອງປະຊຸມສຳມະນາ ເຜີຍເເຜ່ກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ ເເລະ ວຽກງານຕ້ານອາຊະຍາກຳການສໍ້ລາດບັງຫຼວງ ລະຫວ່າງວັນທີ 1 ຫາ ພະຈິກ 2018 ທີ່ເມືອງວັງວຽງ, ເເຂວງວຽງຈັນ. ກອງປະຊຸມດັ່ງກ່າວໄດ້ເຕົ້າໂຮມເອົາບັນດາໄອຍະການທັງໝົດ 70 ທ່ານຈາກ 11 ເເຂວງ ເເລະ ຍັງໄດ້ຮັບການຂຶ້ນບັນຍາຍ, ການຖາມຕອບ ເເລະ ການນຳສະເໜີກໍລະນີສຶກສາໂດຍຊ່ຽວຈາກສະຖາບັນຊ່ວຍເຫຼືອທາງດ້ານກົດໝາຍ ເເລະ ວິຊາການ. ໂດຍການຂຶ້ນກ່າວເປີດພິທີໂດຍທ່ານ ໄຊຊະນະ ໂຄດພູທອນ ຮອງຫົວໜ້າອົງການໄອຍະການສູງສຸດເເຫ່ງ ສປປ ລາວ ໄດ້ກ່າວວ່າ: ‘’ວຽກງານການເເກ້ໄຂບັນຫາການສໍ້ລາດບັງຫຼວງເເມ່ນເປັນວຽກບູລິມະສິດສຳລັບລັດຖະບານ ສປປ ລາວ ເຊິ່ງໃນນັ້ນເອງພະນັກງານ-ລັດຖະກອນເປັນຜູ້ມີບົດບາດສຳຄັນໃນການຕໍ່ຕ້ານກັບບັນຫາດັ່ງກ່າວ.’’ ດ້ວຍເຫດນີ້ເອງ ການຮ່ວມມືກັບສະຖາບັນສາກົນຈຶ່ງມີຄວາມສຳຄັນ ເເລະ ຈຳເປັນ, ເພື່ອເເລກປ່ຽນສົ່ງເສີມຄວາມຮູ້, ຄວາມຊ່ຽວຊານທາງດ້ານກົດໝາຍໃຫ້ພະນັກງານໄອຍະການລາວ. ອຳນວຍການສະຖາບັນຊ່ວຍເຫຼືອທາງດ້ານກົດໝາຍ ເເລະ ວິຊາການ ທ່ານ ຈອນ ຄອນໂນລີ ໄດ້ກ່າວວ່າ ‘’ຈາກການທົບທວນສົນທິສັນຍາສະຫະປະຊາຊາດວ່າດ້ວຍການຕໍ່ຕ້ານການສໍ້ລາດບັງຫຼວງໄດ້ຊີ້ໃຫ້ເຫັນເຖິງຄວາມກ້າວໜ້າຂອງ […]

Continue Reading

ການຢ້ຽມຢາມຂອງຄະນະຜູ້ເເທນຂອງກົມຍຸດຕິທຳຂອງ ເເຂວງຢູນນານ ຢູ່ທີ່ ສປປ ລາວ ເເລະ ປະເທດ ມຽນມ້າ

ຄະນະຜູ້ເເທນຈາກກົມຍຸດຕິທຳຂອງເເຂວງ ຢູນນານໄດ້ເດີນທາງຢ້ຽມຢາມສະຖາບັນໃຫ້ຄວາມຊ່ວຍເຫຼືອກົດໝາຍ ເເລະ ວິຊາການ ໃນວັນທີ 11 ເດືອນຕຸລາ.​ ຄະນະຜູ້ເເທນດັ່ງກ່າວເເມ່ນປະກອບດ້ວຍ ພະນັກງານຈາກກົມຍຸດຕິທໍາທັງຍັງເປັນສະມາຊິກຂອງສະພາທະນາຍຄວາມຂອງເເຂວງຢູນນານເຊິ່ງເປັນອົງການທີ່ຮວມເອົາທະນາຍຄວາມຈຳນວນ 11,000 ກວ່າຄົນ. ການພົບປະໂອ້ລົມໃນເທື່ອນີ້ເເມ່ນໄດ້ເວົ້າເຖິງຄວາມເປັນໄປໄດ້ໃນການຮ່ວມມືຊ່ວຍເຫຼືອ ເເລະ ເເລກປ່ຽນຄວາມຊຳນານທາງດ້ານກົດໝາຍໃນ ສປປ ລາວ ໃນອານາຄົດ. ເເຂວງຢູນນານເປັນເເຂວງໜຶ່ງທີ່ມີຊາຍເເດນຕິດກັບພາກ   ເໜືອຂອງລາວ ເເລະ ທາງດ້ານການຄ້າຂາຍ ເເລະ ເເລກປ່ຽນກັບທາງລາວເເມ່ນມີການຂະຫຍາຍຕົວ.

Continue Reading

ກອງປະຊຸມກ່ຽວກັບຊັບສິນ ເເລະ ເຕັກໂນໂລຊີທີ່ທັນສະໄໝ

ຜຸ່ພິພາສາຈຳນວນ 60​ ກວ່າທ່ານ ຈາກສະພາປະຊາຊາຊົນສູງສຸດ ໄດ້ເຂົ້າຮ່ວມກອງປະຊຸມປຶກສາຫາລື ໃນຫົວຂໍ້ “ ຊັບສິນ ເເລະ ເຕັກໂນໂລຊີທີ່ທັນສະໄໝ” ໃນລະຫວ່າງວັນທີ 10 ຫາ 12 ເດືອນ ຕຸລາ ທີ່ນະຄອນຫຼວງວຽງຈັນ.     ບັນດາຜູ່ພິພາກສາທີ່ເຂົ້າຮ່ວມເເມ່ນມາຈາກ 8 ເເຂວງ, ໂດຍມີບັນດາຜູ່ພິພາກສາຈາກເເຂວງທາງພາກເໜືອເຂົ້າຮ່ວມຄື: ເເຂວງ ອຸດົມໄຊ, ບໍ່ເເກ້ວ, ຫຼວງນ້ຳທ່າ ເເລະ ເເຂວງຫຼວງພະບາງ; ຈາກພາກກາງມີ ເເຂວງ ວຽງຈັນ ເເລະ ເເຂວງ ບໍລິຄຳໄຊ; ເເລະ ເເຂວງຈຳປາສັກຈາກພາກໃຕ້. ຈາກຜົນຂອງການພັດທະນາທາງດ້ານເຕັກໂນໂລຊີໃໝ່ໆ, ໄດ້ສົ່ງຜົນເຮັດໄຟອາດຊະຍາກຳທາງດ້ານອິນເຕີເນັດໄດ້ເລີ່ມຂະຫຍາຍຕົວໄປໃນທິດທາງໃໝ່, ໂດຍໄດ້ມີການນຳໃຊ້ຊື່ໃນການກະທຳຜິດໃໝ່, ວິທິທາງໃໝ່ ເເລະ ຍຸດທະສາດໃໝ່, ເເລະ ມີຜູ້ຖືກເສຍຫາຍຫຼາຍຂຶ້ນກວ່າເກົ່າ. ການທີ່ກົດໝາຍຖືກຈຳກັດ ເເລະ ບໍ່ຖືກບັງຄັບໃຊ້ຢ່າງເຕັມທີ່ນັ້ນ, ໃນດ້ານຄວາມອາດສາມາດ, ອາດສົ່ງຜົນໃຫ້ເກີດມີຂັດຂວາງວິທີທາງເເກ້ໄຂທີ່ເປັນໄປໄດ້ ເເລະ ມີປະສິດຕິພາບຕໍ່ກັບບັນຫາອາຊະຍາກຳທາງອິນເຕີເນັດນີ້ໄດ້. ສະຖາບັນຊ່ວຍເຫຼືອດ້ານກົດໝາຍ ເເລະ ວິຊາການ ໄດ້ຈັດກອງປະຊຸມສຳມະນາໃນຫົວຂໍ້: ການຟອກເງິນ, […]

Continue Reading

ການເຝິກອົບຮົມກັບບັນດາສະຖາບັນຍຸຕິທຳແຂວງຫຼວງພະບາງ

ສະຖາບັນ ILSTA ຮ່ວມກັບຄະນະນຳຂັ້ນສູງ ລົງໄປຢ້ຽມຢາມແຂວງຫຼວງພະບາງ ລະຫວ່າງວັນທີ 13-16 ສິງຫາ ເພື່ອຕິດຕາມການເຄື່ອນໄຫວຂອງບັນດາສະຖາບັນຍຸຕິທຳແຂວງ ພາຍຫຼັງກອງປະຊຸມທີ່ໄດ້ຈັດຂຶ້ນໃນຕົ້ນປີ 2018. ການລົງຢ້ຽມຢາມໃນຄັ້ງນີ້ລວມມີ ອະດີດຮອງລັດຖະມົນຕີ ກະຊວງຍຸຕິທຳ, ທ່ານ ເກດ ກຽດຕິສັກ ແລະ ອະດີດຮອງປະທານ ອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ, ທ່ານ ລັງສີ ສີບຸນເຮືອງ. ການຢ້ຽມຢາມທັງ 3 ມື້ ແມ່ນໄດ້ພົບປະກັບ ເຈົ້າໜ້າທີ່ຈາກພະແນກຍຸຕິທຳແຂວງ, ສານປະຊາຊົນ 3 ແຫ່ງ, ສະພາທະນາຍຄວາມປະຈຳທ້ອງຖິ່ນ ແລະ ອົງການໄອຍະການປະຊາຊົນແຂວງ. ໃນລະຫວ່າງການຈັດເຝຶກອົບຮົມກັບ ພະແນກຍຸຕິທຳແຂວງ, ທ່ານ ເກດ ໄດ້ຢ້ຳເຖິງເປົ້າໝາຍຫຼັກຂອງ ສປປ ລາວ ໃນການກ້າວໄປສູ່ລັດແຫ່ງກົດໝາຍ ແລະ ກໍໄດ້ເນັ້ນໜັກຕື່ມເຖິງຄວາມສຳຄັນຂອງທະນາຍຄວາມໃນການແກ້ໄຂບັນຫາໃນສັງຄົມ, ເພິ່ນກ່າວຕື່ມວ່າ ໂດຍທົ່ວໄປປະຊາຊົນຈຳນວນຫຼາຍຍັງຂາດຄວາມເຂົ້າໃຈເຖິງບົດບາດອັນສຳຄັນຂອງທະນາຍຄວາມຢູ່ໃນສັງຄົມ.

Continue Reading