ການຮ່ວມມື ກັບ ມະຫາວິທະຍາໄລ ລຸກຊຳບວກ

The text below was published by the University of Luxembourg on 3 May 2016 (http://wwwen.uni.lu/fdef/actualites/helping_combat_human_trafficking_in_laos)

ການຊ່ວຍເຫຼືອໃນການຕໍ່ຕ້ານການຄ້າມະນຸດ ໃນລາວ

ໃນຖານະເປັນສ່ວນຫນຶ່ງຂອງໂຄງການ ການຮ່ວມມືເພື່ອສະຫນັບສະຫນູນ ຄະນະນິຕິສາດ ແລະ ລັດຖະສາດສາດ ຂອງ ມະຫາວິທະຍາໄລແຫ່ງຊາດ ລາວ, ເຊີ່ງໄດ້ມີສອງ ຊຽວຊານ ເຂົ້າຮ່ວມການປະຊຸມ ທີ່ຈັດຂື້ນທີ່ ນະຄອນຫຼວງວຽງຈັນ ໃນທ້າຍ ເດືອນເມສາ ທີ່ຜ່ານມານີ້.

ຄະນະບໍດີ ທ່ານ ສະເຕຟານ ເບືຣມ ແລະ ສະມາຄົມຊຽວຊານ ທ່ານ ນາງ ສິລເວຍ ອາເລເກຣຊຊາ, ເຊີ່ງທັງສອງທ່ານແມ່ນຜູ້ຊຽວຊານກົດໝາຍອາຍາ, ທີ່ໄດ້ເດີນທາງມາເຖີງ ນະຄອນຫຼວງວຽງຈັນ ໃນວັນທີ 23 ເຖີງ 29 ເດືອນ ເມສາ ເພື່ອສຶບຕໍ່ ໂຄງການ ຂອງປີ 2013 ດ້ວຍຮູບແບບການສ້າງຄວາມເຂັ້ມແຂງການສຶກສາໃຫ້ສູງຂຶ້ນໃນດ້ານກົດຫມາຍ ພາຍໃນປະເທດ.

ໃນການຮ່ວມມືກັບ ສະຖາບັນຊ່ວຍເຫຼືອທາງດ້ານກົດໝາຍ ແລະ ວິຊາການ (ILSTA), ເຊີ່ງໄດ້ເຮັດວຽກຮ່ວມກັບ ກະຊວງການຕ່າງປະເທດ ຂອງ ລັກຊຳບວກ ອີກດ້ວຍ, ຊຽວຊານຈາກ ລັກຊຳບວກ ໄດ້ເຂົ້າຮ່ວມການຝືກອົບຮົມ ໃນຫົວຂໍ້ກ່ຽວກັບ “ການຄ້າມະນຸດ ແລະ ການລັກລອບເຄື່ອນຍ້າຍແຮງງານ ພາຍໃນພາກພື້ນ. ເຊີ່ງການຝືກອົບຮົມໃນຄັ້ງນີ້ໄດ້ເຊີນ ຕົວແທນຈາກຫຼາຍພາກສ່ວນເຊັ່ນ: ໄອຍະການ, ຜູ້ພິພາກສາ, ແລະ ຜູ້ທີ່ປະກອບອາຊີບທາງດ້ານກົດໝາຍ, ນໍາສະເຫນີການວິເຄາະແບບສົມທຽບຂອງກົດຫມາຍແຫ່ງຊາດແລະສາກົນ, ພ້ອມດ້ວຍ ກໍລະນີສືກສາ.

ຮູບພາບ: Ilsta – ນັກຄົ້ນຄວ້າໄວໜຸ່ມ ໃນລະຫວ່າງກອງປະຊຸມ ກັບ ຊຽວຊານ ຈາກ ປະເທດ ລຸກຊຳບວກ

ນອກຈາກນັ້ນ, ກຸ່ມນັກຄົ້ນຄວ້າໄວໜຸ່ມ ໄດ້ຮັບຟັງຄວາມຄິດເຫັນ ພ້ອມຄຳແນະນຳຈຸດດີ ແລະ ຈຸດອ່ອນ ໃນການດຳເນີນວຽກງານຂອງພວກເຂົາເຈົ້າ ຈາກ ຊຽວຊານ. ກອງປະຊຸມຄັ້ງນີ້ແມ່ນກອງປະຊຸມຄັ້ງທຳອິດ ພາຍໃຕ້ການຮ່ວມມື ຂອງສະຖາບັນ ທີ່ກຳລັງຈະສ້າງຕັ້ງຂື້ນ ລະຫວ່າງ ສອງ ຄະນະ. ເພື່ອນີ້ແມ່ນແຜນ ໃນເດືອນ ພະຈິກ ປີ 2016, ຜູ້ທີ່ຖືກຂັດເລືອກ ໃນລະດັບ ປະລິນຍາເອກຈາກ ລຸກຊຳບວກ ຈະເດີນທາງມາລາວ ເພື່ອການແລກປ່ຽນຄວາມຮູ້ ຂອງເຂົາເຈົ້າ ຢູ່ທີ່ ມະຫາວິທະຍາໄລ ແຫ່ງຊາດ ລາວ ໃນວຽງຈັນ.

ທ່ານ ຊຽວຊານ ເບຮືມ ແລະ ສະມາຄົມຊຽວຊານ. ທ່ານ ນາງ ອາເລເກຣຊຊາ ໄດ້ເຂົ້າຍ້ຽມຍາມກ ທ່ານທູດ ຂອງລຸກຊຳບວກ ທີ່ປະຈຳຢູ່ທີ ປະເທດລາວ, ທ່ານ ຄລອດ ເຈນເກນ, ເຊັ່ນດຽວກັນກັບຜູ້ຕາງຫນ້າ ຂອງ ILSTA  ແລະ ມະຫາວິທະຍາໄລແຫ່ງຊາດ ລາວ.  National University of Laos.

ຄວາມພະຍາຍາມໃນການສິດສອນກົດຫມາຍ ສະຫນັບສະຫນູນ ແລະ ການຄົ້ນຄວ້າ ໃນ ສປປ ລາວຈະສືບຕໍ່ໃນອະນາຄົດເປັນສ່ວນຫນຶ່ງຂອງກິດຈະກໍາການເຜີຍແຜ່ໃນສາກົນຂອງ ຄະນະ. ໄດ້ມີ ໂຄງການຮ່ວມມື ທີ່ຄ້າຍຄືກັນໃນຂົງເຂດຂອງກົດຫມາຍ ແລະ ເສດຖະກິດ ໃນປະຈຸບັນ ຖືກດໍາເນີນການຢູ່ທີ່ມີ ມະຫາວິທະຍາໄລບາມາໂກ ປະເທດມາລີ.

ຮູບພາບ: Ilsta – ຝືກອົບຮົມໃນຫົວຂໍ້ ການຄ້າມະນຸດ ແລະ ການລັກລອບເຄື່ອນຍ້າຍແຮງງານ

Comments are closed.