ກອງປະຊຸມ – ການຕໍ່ຕ້ານການຄ້າມະນຸດ

ໃນວັນທີ 27 ເດືອນ ເມສາ ສະຖາບັນ ILSTA ໄດ້ຈັດກອງປະຊຸມ ສຳລັບ ໄອຍະການ ແລະ ຜູ້ພິພາກສາ ກ່ຽວກັບ ກົດໝາຍອາ ຂອງການຄ້າມະນຸດ ແລະ ການລັກລອບເຄື່ອນຍ້າຍແຣງງານ. ກອງປະຊຸມໄດ້ຈັດຂື້ນ ຢູ່ທີ່ ເມືອງປາກຊັນ, ແຂວງບໍລິຄຳໄຊ, ແລະ ໄດ້ນີ້ມີ ໄອຍະການ 14 ທ່ານ, ຜູ້ພິພາກສາ 9 ທ່ານ, ແລະ ອີກ 30 ທ່ານ ທີ່ປະກອບອາຊິບທາງດ້ານກົດໝາຍ. ນີ້ແມ່ນກອງປະຊຸມຄັ້ງທຳອິດ ເຊີ່ງແມ່ນກອງປະຊຸມພິເສດ ສະເພາະ ການສຸມໃສ່ອາສະຍາກຳທີ່ຮ້າຍແຮງຂອງການຄ້າມະນຸດ ແລະ ການລັກລອບເຄື່ອນຍ້າຍແຮງງານ. ກອງປະຊຸມນີ້ແມ່ນບັນຍາຍໂດຍ ທ່ານ ຣິດຊາດ ຟິລິພາກ, ໂດຍການວິເຄາະແບບສົມທຽບກົດໝາຍພາຍໃນ ແລະ ສາກົນ ພ້ອມທັງໄດ້ມີກໍລະນີສືກສາ ທີ່ກ່ຽວກັບການຄ້າມະນຸດ. ພ້ອມນີ້ຍັງມີຊຽວຊານອີກ ສອງ ທ່ານ ຈາກມະຫາວິທະຍາໄລ ລຸກຊຳບວກ, ເຊີ່ງເປັນຊຽວຊານທາງດ້ານກົດໝາຍອາຍາ, ມີ ທ່ານ ສເຕຟານ ເບຣີມ, ຄະນະບໍດິ ຂອງ ຄະນະກົດໝາຍ, ທຸລະກິດ ແລະ ການເງີນ, ພ້ອມດ້ວຍສະມາຄົມຊຽວຊານກົດໝາຍ, ໂດຍ ທ່ານ ນາງ ສິລເວຍ ອາເລເກຣຊຊາ.

IMG_20160427_153238    hands up
L1170865

Comments are closed.