ການຮ່ວມມືໃນກິດຈະກຳເສີມຂະຫຍາຍຂໍ່ມູນເພື່ອຕ້ານການສໍ້ລາດບັງຫຼວງຂອງ ສະຖາບັນ ILSTA, ອົງການກວດກາລັດຖະບານ ແລະ ກະຊວງໂຍທາທິການ ແລະ ຂົນສົ່ງ

ຕົວແທນຈາກກົມກວດກາ, ກະຊວງໂຍທາທິການ ແລະ ຂົນສົ່ງ, ພ້ອມດວ້ຍ ອົງການກວດກາລັດຖະບານ ແລະ ຕ້ານການສໍ້ລາດບັງຫຼວງ ໄດ້ພົບປະກັບ ທ່ານ ລິຊາດ ພິລິບປາກ, ປະທານສະຖາບັນຊ່ວຍເຫຼືອທາງດ້ານກົດໝາຍ ແລະ ວິຊາການ (ILSTA) ແລະ ທ່ານ ຈອນ ຄອນນໍລີ, ຜູ້ອຳນວຍການສະຖາບັນ ILSTA, ເພື່ອປຶກສາຫາລືກ່ຽວກັບການຮ່ວມມືໃນກິດຈະກຳເສີມຂະຫຍາຍຂໍ່ມູນເພື່ອຕ້ານການສໍ້ລາດບັງຫຼວງ.
ສະຖາບັນ ILSTA ຮູ້ສຶກເປັນກຽດ ທີ່ໄດ້ຮ່ວມມືຄຽງຄູ່ກັບອົງການກວດກາລັດຖະບານ ແລະ ຕ້ານການສໍ້ລາດບັງຫຼວງໃນ ສປປ ລາວ ໃນການສະໜັບສະໜຸນ ໂປດສເຕີ ຈຳນວນ 200 ແຜ່ນກ່ຽວກັບ 4 ຮູບແບບຂອງການສໍ້ລາດບັງຫຼວງ ແລະ ມອບວິດີໂອສັ້ນໃຫ້ຂໍ້ມູນເພື່ອຕ້ານການສໍ້ລາດບັງຫຼວງ ໃຫ້ແກ່ກົມກວດກາ ຈາກກະຊວງໂຍທາທິການ ແລະ ຂົນສົ່ງ, ເພື່ອເປັນເຄື່ອງມືໃນກິດຈະກຳການຕ້ານການສໍ້ລາດບັງຫຼວງໃນອານາຄົດຂ້າງໜ້າ.
ສະຖາບັນ ILSTA ຈະສືບຕໍ່ພັດທະນາສາຍສຳພັນອັນດີ, ການຮ່ວມມື ແລະ ການສະໜັບສະໜຸນ ຄູ່ພາຄີຂອງພວກເຮົາ ແລະ ບັນດາໜ່ວຍງານຕ່າງໆໃຫ້ບັນລຸເປົ້າໝາຍໃນການຕ້ານການສໍ້ລາດບັງຫຼວງໃນ ສປປ ລາວ.
Comments are closed.