ສະຖາບັນ ILSTA ໄດ້ຮັບຫຼຽນຍ້ອງຍໍ ແລະ ໃບກຽດຕິຄຸນ ຈາກອົງການໄອຍະການປະຊາຊົນສູງສຸດ

ປະທານສະຖາບັນຊ່ວຍເຫຼືອດ້ານກົດໝາຍ ແລະ ວິຊາການ, ທ່ານ ລິຊາດ ຟີລິບປາກ, ພ້ອມດ້ວຍ ຜູ້ອຳນວຍການຈາກສະຖາບັນຊ່ວຍເຫຼືອດ້ານກົດໝາຍ ແລະ ວິຊາການ, ທ່ານ ຈອນ ຄອນນໍລີ, ໄດ້ຮັບຫຼຽນຍ້ອງຍໍ ແລະ ໃບກຽດຕິຄຸນ ຈາກອົງການໄອຍະການປະຊາຊົນສູງສຸດ, ເປັນກຽດມອບໂດຍ ທ່ານ ຄຳສານ ສຸວົງ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ. ຖະແຫຼງການຂອງ ທ່ານປະທານໄອຍະການປະຊາຊົນສູງສຸດ ໄດ້ເນັ້ນໃຫ້ເຫັນເຖິງການປະສົບຜົນສຳເລັດທາງດ້ານການພັດທະນາຊັບພະຍາກອນມະນຸດ, ການຝຶກອົບຮົມດ້ານພາສາອັງກິດ, ການສະໜັບສະໜູນດ້ານເຕັກນິກ ແລະ ການສົນທະນາກ່ຽວກັບນະໂຍບາຍ ທີ່ຈັດຕັ້ງປະຕິບັດໂດຍ ສະຖາບັນຊ່ວຍເຫຼືອດ້ານກົດໝາຍ ແລະ ວິຊາການ, ຄຽງຄູ່ກັບການສະໜັບສະໜູນຈາກ ລັດຖະບານລຸກຊຳບວກ ແລະ ການາດາ.

ທ່ານ ລິຊາດ ຟີລິບປາກ, ປະທານສະຖາບັນ ILSTA, ໄດ້ສະແດງຄວາມຂອບໃຈຢ່າງເລິກເຊິ່ງຕໍ່ ທ່ານປະທານອົງການໄອຍະການປະຊາຊົນສູງສຸດ ແລະ ໃຫ້ຄຳໝັ້ນສັນຍາວ່າ ສະຖາບັນ ILSTA, ຈະສືບຕໍ່ສະໜັບສະໜູນ ອົງການໄອຍະການປະຊາຊົນສູງສຸດໃນລະດັບຊາດ ແລະ ລະດັບພາກພື້ນໃນຊຸມປີຕໍ່ໜ້າ. ພິທີດັ່ງກ່າວໄດ້ເປີດໂອກາດໃນການທົບທວນຄືນຜົນສຳເລັດ ແລະ ການປະເມີນຄວາມຕ້ອງການທາງດ້ານການຮ່ວມມືສະໜັບສະໜຸນໃນອານາຄົດ, ທັງໃນລະດັບຊາດ ແລະ ສາກົນ.

Comments are closed.