ສະຖາບັນ ILSTA ໄດ້ຮັບໃບຍ້ອງຍໍຈາກກະຊວງຍຸຕິທຳ

ສະຖາບັນຊວ່ຍເຫຼືອດ້ານກົດໝາຍ ແລະ ວິຊາການ ຖືເປັນກຽດຢ່າງສູງທີ່ໄດ້ຮັບໃບຍ້ອງຍໍຈາກກະຊວງຍຸຕິທຳ ໃນວັນທີ 12 ສິງຫາ ທີ່ຜ່ານມາ. ສະຖາບັນ ILSTA ຮູ້ສຶກປະທັບໃຈທີ່ໄດ້ຮັບໃບຍ້ອງຍໍນີ້ ທີ່ເປັນການຍ້ອງຍໍ ສັນລະເສີນຜົນງານ ໃນການປະກອບສວ່ນໃນການກະກຽມ ແລະ ຈັດກອງປະຊຸມເຈົ້າໜ້າທີ່ອາວຸໂສກົດໝາຍອາຊຽນ ຄັ້ງທີ 18 ແລະ ກອງປະຊຸມລັດຖະມົນຕີກົດໝາຍອາຊຽນ ຄັ້ງທີ 10 ທີ່ຈັດຂື້ນໃນວັນທີ 9 – 10 ແລະ 12 ຕຸລາ 2018, ທີ່ນະຄອນຫຼວງວຽງຈັນ, ສປປ ລາວ.

ສະຖາບັນ ILSTA ຈະຂໍສືບຕໍ່ເປັນຈຸດສຸມໃນການຝຶກອົບຮົມຜູ້ຊ່ຽວຊານດ້ານກົດໝາຍ ຂອງລາວໃນທົ່ວຂະແໜງກົດໝາຍ ແລະ ປະກອບສວ່ນໃນການສະໜັບສະໜູນດ້ານກົດໝາຍໃນລາວສືບຕໍ່ໄປ.

ຂໍຂອບໃຈຮູບພາບບາງສວ່ນຈາກກະຊວງຍຸຕິທຳ.

Comments are closed.