ສປປລາວ ກຽມສ້າງລະບົບສານປົກຄອງ

ສານປະຊາຊົນສູງສຸດ ແລະ ສະຖາບັນຊ່ວຍເຫຼືອດ້ານກົດໝາຍແລະວິຊາການ ILSTA ໄດ້ຮ່ວມກັນຈັດກອງປະຊຸມສຳມະນາສາກົນວ່າດ້ວຍກົດໝາຍປົກຄອງ ເພື່ອເປັນການປະກອບສ່ວນ ແລະ ສືບຕໍ່ການສ້າງ ຮ່າງມະຕິວ່າດ້ວຍການສ້າງ ລະບົບສ້ານປົກຄອງໃນ ສປປລາວ.

ກອງປະຊຸມສຳມະນາທີ່ ໄດ້ຮັບການຊ່ວຍເຫຼືອຈາກ ກະຊວງການເງິນ ລຸກຊຳບວກ ດຳເນີນເປັນເວລາ3ວັນ ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ຄຳພາ ແສງດາຣາ ຮອງປະທານສານປະຊາຊົນສູງສຸດ ແລະ ທ່ານ ລິຊາດ ຟິລີບປາດ ປະທານ ສະຖາບັນ ILSTA ຂອງລຸກຊຳບວກ.

ກອງປະຊຸມດັ່ງກ່າວ ໄດ້ເຊີນເອົາ ຊ່ຽວຊານດ້ານກົດໝາຍການປົກຄອງມາຈາກ ລຸກຊຳບວກ ແລະ ຫວຽດນາມ ເພື່ອ ແລກປ່ຽນທັດສະນະ ແລະ ບົດຮຽນກັບ ຄະນະຮ່າງມະຕິດັ່ງກ່າວ ຮວມທັງ ຊ່ຽວຊານດ້ານກົດໝາຍອາວຸໂສຂອງລາວ ທີ່ມາຈາກ ສານປະຊາຊົນສູງສຸດ, ອົງການໄອຍະການສູງສຸດ, ສະພາແຫ່ງຊາດ, ກະຊວງຍຸຕິທຳ, ອົງການກວດກາລັດ, ກະຊວງພາຍໃນ ແລະ ຊ່ຽວຊານຈາກຄະນະນິຕິສາດແລະລັດຖະສາດ.

ສານປົກຄອງຄຳເນີນຄະດີ ກ່ຽວກັບ ຄວາມຖືກຕ້ອງທາງກົດໝາຍ ຂອງບັນດາຄຳສັ່ງ, ຄຳຕົກລົງ ແລະ ພຶດຕິກຳທາງດ້ານການປົກຄອງ, ບັນຫາການປ່ອຍປະລະເລີຍ ແລະ ການລ້າຊ້າ. ຮ່າງມະຕິດັ່ງກ່າວ ຈະຖືກນຳສະເໜີຕໍ່ທີ່ປະຊຸມສະພາແຫ່ງຊາດຄັ້ງໜ້ານີ້ເພື່ອໃຫ້ສະມາຊິກສະພາປະກອບຄຳຄິດຄຳເຫັນ. ໜ້າວຽກໃນການສ້າງມະຕິນີ້ ກວມເອົາການຈັດປຶກສາຫາລືຫຼາຍໆຄັ້ງ, ການທັດສະນະສຶກສາຢູ່ຕ່າງປະເທດເຊັ່ນ: ຫວຽດນາມ, ໄທ ແລະ ຝຣັ່ງ ແລະ ນອກນີ້ຍັງໄດ້ຈັດກອງປະຊຸມສຳມະນາລະຫວ່າງຊ່ຽວຊານດ້ານກົດໝາຍທັງພາຍໃນແລະຕ່າງປະເທດ.

ທ່ານ ຄຳພາ ແສງດາຣາ ກ່າວຕໍ່ພິທີເປີດກອງປະຊຸມວ່າ: ‘’ມະຕິນີ້ຈະເປັນເຄື່ອງມືທີ່ສຳຄັນໃນການປົກປ້ອງສິດ ແລະ ຜົນປະໂຫຍດ ຂອງປະຊາຊົນ ແລະ ຂອງລັດ. ລາວພວມພະຍາຍາມບັນລຸເປົ້າໝາຍການສ້າງລັດທີ່ປົກຄອງດ້ວຍກົດໝາຍ ແລະ ສ່ວນໜຶ່ງໃນຂະບວນການດັ່ງກ່າວແມ່ນ ການສ້າງລະບົບສານປົກຄອງ ໃນລະບົບສານປະຊາຊົນຂອງລາວ.’’

ໃນໄລຍະກອງປະຊຸມສຳມະນາ, ຜູ້ເຂົ້າຮ່ວມໄດ້ຮຽນຮູ້ ປະສົບການ ແລະ ມູມມອງກ່ຽວກັບ ການດຳເນີນຄະດີທາງດ້ານປົກຄອງ ແລະ ກົດໝາຍການປົກຄອງໃນຫວຽດນາມ ແລະ ລຸກຊຳບວກ. ທ່ານ ສະຕີບ ເຮວມິງເກີ ທະນາຍຄວາມ ແລະຊ່ຽວຊານກົດໝາຍປົກຄອງຈາກ ລຸກຊຳບວກໄດ້ນຳສະເໜີລະບົບສານປົກຄອງຂອງລຸກຊຳບວກ, ນຳສະເໜີລະອຽດກ່ຽວກັບຂັ້ນຕອນການດຳເນີນຄະດີປົກຄອງໃນລະບົບສານປົກຄອງຂອງລຸກຊຳບວກ ໂດຍມີການຍົກຕົວຢ່າງທີ່ມີລັກສະນະສະເພາະ.

ທ່ານ ນາງ ດາວ ທີ່ ຊວນ ລານ, ຜູ້ພິພາກສາ ກົດໝາຍປົກຄອງ ຈາກສານສູງສຸດຫວຽດນາມ ກໍ່ໄດ້ນຳສະເໜີປະສົບການຂອງຫວຽດນາມ ເຊິ່ງໄດ້ສ້າງຕັ້ງລະບົບສານປົກຄອງຕັ້ງແຕ່ປີ 1996. ຜູ້ເຂົ້າຮ່ວມໄດ້ ປຶກສາຫາລື ແລະ ປະກອບຄຳເຫັນ ແລະ ມູມມອງດ້ານກົດໝາຍເພີ່ມເຕີມ ໃຫ້ແກ່ຮ່າງມະຕິສະບັບປະຈຸບັນ.

ອຸປະທູດ ລຸກຊຳບວກປະຈຳລາວ ທ່ານ ໂກຣດ ເຈັນເຊັ້ນ ກ່າວຕໍ່ພິທີປິດກອງປະຊຸມສຳນາວ່າ: ‘ການປົກຄອງທີ່ໂປ່ງໃສ ແລະ ເຊື່ອຖືໄດ້ສູງຂຶ້ນນັ້ນແມ່ນມີຄວາມສຳຄັນໃນການກ່າວໄປສູ່ການສ້າງລັດແຫ່ງກົດໝາຍ ແລະ ກໍ່ໄດ້ຢໍ້າຄືນຄວາມໝຸ້ງໝັ້ນຂອງລັດຖະບານລຸກຊຳບວກທີ່ຈະໃຫ້ການຊ່ວຍເຫຼືອລາວໃນການບັນລຸເປົ້າໝາຍດັ່ງກ່າວນີ້.’

ຮ່າງມະຕິນີ້, ຖ້າຫາກຜ່ານການຮັບຮອງເອົາ, ຈະສະໜອງຊ່ອງທາງໃນການແກ້ໄຂຂໍ້ຂັດແຍ່ງທາງດ້ານປົກຄອງ ລະຫວ່າງອົງການຈັດຕັ້ງຂອງລັດ ແລະ ປະຊາຊົນທົ່ວໄປ, ລະຫວ່າງອົງຈັດຕັ້ງຂອງລັດ ດ້ວຍກັນ ແລະ ລະຫວ່າງອົງການຈັດຕັ້ງຂອງລັດ ແລະ ພະນັກງານລັດຖະກອນ ຮວມໄປເຖິງອົງການຈັດຕັ້ງທີ່ບໍ່ໄດ້ສັງກັດລັດຖະບານ.

 4 3 2

Comments are closed.