ຊຸດຝຶກອົມຮົມທັກສະດ້ານການຄົ້ນວິໄຈ ຈັດຂຶ້ນທີ່ ຄະນະນິຕິສາດ ແລະ ລັດຖະສາດ

ຕົ້ນອາທິດນີ້ ຄະນະນິຕິສາດ ແລະ ລັດຖະສາດ (ຄລນ) ມະຫາວິທະຍາໄລແຫ່ງຊາດ ຮ່ວມມືກັບ ຄະນະກົດໝາຍ, ເສດຖະສາດ ແລະ ການເງິນ ມະຫາວິທະຍາໄລ ລຸກຊຳບວກ ໄດ້ຈັດຊຸດຝຶກອົມຮົມຮ່ວມກັນ ເພື່ອເປັນການຍົກສູງ ທັກສະດ້ານການຄົ້ນຄົ້ວວິໄຈ. ຄະນະຈາກມະຫາວິທະຍາໄລ ລຸກຊຳບວກ ປະກອບດ້ວຍ ຄູອາຈານ ແລະ ນັກສຶກສາຄົ້ນຄົ້ວ ປະລິຍາເອັກຈຳນວນ 7 ທ່ານ ເຊິ່ງນຳພາໂດຍ ຄະນະບໍດີ ທ່ານ ສຈ ສະເຕຟານ ບຣົມ. ທ່ານ ຮສຈ ວຽງວິໄລ ທ່ຽງຈັນໄຊ ຄະນະບໍດີ ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ ເປັນຜູ້ນຳພາ ນັກຄົ້ນຄົ້ວຈາກຝ່າຍລາວ. ສະຖາບັນອື່ນໆ ເຊັ່ນສະຖາບັນຍຸຕິທຳແຫ່ງຊາດ ກໍ່ໄດ້ສົ່ງຜູ້ຕາງໜ້າເຂົ້າຮ່ວມ. ຜູ້ເຂົ້າຮ່ວມ ຈາກຝ່າຍ ລຸກຊຳບວກ ແລະ ຝ່າຍລາວໄດ້ຜັດປ່ຽນການຂຶ້ນນຳສະເໜີຫຼາຍຫົວຂໍ້ ແລະ ໄດ້ແລກປ່ຽນປະສົມການຮ່ວມກັນເພື່ອເປັນການຍົກສູງທັກສະຄວາມສາມາດ ດ້ານວິທີການເຮັດບົດຄົ້ນຄົ້ວວິໄຈ. ຊຸດຝຶກອົມຮົມດັ່ງກ່າວ ແມ່ນສ່ວນໜຶ່ງຂອງຂໍ້ຕົກລົງການຮ່ວມມື ລະຫວ່າງ ສອງຄະນະ ເຊິ່ງ ສະຖາບັນ ILSTA ກໍ່ມີສ່ວນຮ່ວມຢ່າງຫ້າວຫັນ.

Research skills training

Comments are closed.