ພະນັກງານກວດກາໄດ້ຮັບການຝຶກອົມຮົມວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ

ອົງການກວດກາລັດ ແລະ ສະຖາບັນຊ່ວຍເຫຼືອດ້ານກົດໝາຍ ແລະ ວິຊາການ ຂອງລຸກຊຳບວກ ILSTA ໄດ້ຈັດຝຶກອົມຮົມ ເພື່ອເປັນການແລກປ່ຽນ ແລະ ຮຽນຮູ້ບົດຮຽນການຈັດຕັ້ງປະຕິບັດທີ່ດີ ຂອງສາກົນ ໃນການຕໍ່ຕ້ານການສໍ້ລາດບັງຫຼວງ. ຊຸດຝຶກອົມຮົມດັ່ງກ່າວດຳເນີນແຕ່ວັນທີ 20-22 ກັນຍາ 2017 ທີ່ແຂວງຫຼວງພະບາງ ໄດ້ຮັບການສະໜັບສະໜຸນໂດຍ ລັດຖະບານລຸກຊຳບວກ ແລະ ໄດ້ເຊີນເອົາຜູ້ເຂົ້າຮ່ວມ ເຊິ່ງເປັນພະນັກງານກວດກາ ຈຳນວນ 55 ທ່ານ ມາຈາກແຂວງ ຫຼວງພະບາງ, ບໍ່ແກ້ວ, ຫຼວງນໍ້າທາ, ຝົ້ງສາລີ, ອຸດົມໄຊ, ຫົວພັນ, ຊຽງຂວາງ ແລະ ໄຊຍະບູລີ ຮວມທັງພະນັກງານມາຈາກສູກກາງ.

ເປົ້າໝາຍສຳຄັນ ຂອງຊຸດຝຶກອົບຮົມດັ່ງກ່າວ ແມ່ນເພື່ອຮັບປະກັນ ຄວາມຮັບຮູ້ ແລະ ເຂົ້າໃຈທີ່ເລີກເຊິ່ງຍິ່ງຂຶ້ນ ຂອງບັນດາພະນັກງານກວດກາ ກ່ຽວກັບກອບກົດໝາຍ, ວິທີປະຕິບັດທີ່ດີ ແລະ ປະສົບການສາກົນ ໃນການຈັດການກັບ ການສໍ້ລາດບັງຫຼວງ.

ທ່ານ ວິໄລວັນ ບູດດາຄຳ, ຮອງປະທານອົງການກວດກາລັດ ໄດ້ກ່າວໃນພິທີເປີດຊຸດຝຶກອົມຮົມວ່າ: ‘ການສໍ້ລາດບັງຫຼວງເປັນບັນຫາ ແລະ ສິ່ງທ້າທາຍທີ່ສຳຄັນໃນສັງຄົມຂອງພວກເຮົາ ແລະ ໄດ້ກໍ່ຄວາມເສຍຫາຍທີ່ໃຫ່ຍຫຼວງ ແກ່ສະຖຽນລະພາບຂອງສັງຄົມ ແລະ ເສດຖະກິດ. ສະນັ້ນ ລັດຖະບານລາວຍາມໃດກໍ່ເຮັດວຽກຢ່າງໜັກ ເພື່ອຈັດຕັ້ງປະຕິບັດທຸກໆນິຕິກຳທີ່ມີ ພ້ອມທັງຮັບປະກັນການນຳເອົາຜູ້ກະທຳຜິດມາລົງໂທດຢ່າງເຄັ່ງຄັດ. ເພື່ອບັນລຸເປົ້າໝາຍດັ່ງກ່າວ ພະນັກງານກວດກາທຸກທ່ານ ຕ້ອງເຂົ້າໃຈເລີກເຊິ່ງ ບັນດາເຄື່ອງມືດ້ານນິກຳ ແລະ ວິຊາການທີ່ມີໃນປະຈຸບັນ.’

ໄລຍະຝຶກອົມຮົມ3ວັນ, ຜູ້ເຂົ້າຮ່ວມໄດ້ຮຽນຮູ້ກ່ຽວກັບບັນດານິຕິກຳ ກ່ຽວກັບການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ທັງໃນລະດັບພາຍໃນປະເທດ, ພາກພື້ນ ແລະ ສາກົນ. ທິດທາງໃນການຈັດຕັ້ງປະຕິບັດຍຸດທະສາດ ການສະກັດກັ້ນການສໍ້ລາດບັງຫຼວງ ແຕ່ນີ້ ເຖິງປີ 2020 ກໍ່ໄດ້ຮັບການປຶກສາຫາລື ແລະ ນອກນີ້ ກໍ່ໄດ້ມີການນຳສະເໜີປະສົບການສາກົນ ກ່ຽວກັບທິດທາງໃນການຕໍ່ສູ້ກັບ ການສໍ້ລາດບັງຫຼວງ ໂດຍຊ່ຽວຊານຈາກ ສະຖາບັນ ILSTA. ການຝຶກໃນຄັ້ງນີ້ ແມ່ນກວມເອົາ ທັງພາກທິດສະດີ ແລະ ການປະຕິບັດຕົວຈິງ ເພື່ອຊ່ວຍໃຫ້ຜູ້ເຂົ້າຮ່ວມ ຜັນຂະຫຍາຍແຜນການໃຫ້ກາຍເປັນການປະຕິບັດຕົວຈິງ.

ການຝຶກອົບຮົມຄັ້ງທຳອິດນີ້ ແມ່ນສ່ວນໜຶ່ງ ຂອງຊຸດຝຶກອົມຮົມ ສຳລັບພະນັກງານກວດກາໃນຂອບເຂດທົ່ວປະເທດ. ການຝຶກຄັ້ງຕໍ່ໄປຈະໄດ້ຈັດໃຫ້ແກ່ ພະນັກງານກວດກາບັນດາແຂວງພາກ ໃຕ້ ແລະ ພາກກາງຕາມລຳດັບ.

 

IMG_2193 IMG_2190 IMG_2183

 

Comments are closed.