ພະນັກງານໄດ້ຮັບການຝຶກອົບຮົມກ່ຽວກັບການຕໍ່ຕ້ານອາຊະຍາກຳທີ່ມີການຈັດຕັ້ງ ແລະ ການຟອກເງິນ

ພະນັກງານໄອຍະການແຂວງ ແລະ ປກສ ແຂວງ ຈຳນວນ 60 ກ່ວາທ່ານ ທີ່ມາຈາກ 4 ແຂວງພາກເໜືອ ເຂົ້າຮ່ວມຝຶກອົບຮົມກ່ຽວກັບການຕໍ່ຕ້ານອາຊະຍາກຳທີ່ມີການຈັດຕັ້ງ ແຕ່ວັນທີ 25-28 ກັນຍາ 2017 ທີ່ແຂວງອຸດົມໄຊ.

ການຝຶກອົບຮົມດັ່ງກ່າວຈັດຂຶ້ນຮ່ວມກັນໂດຍ ອົງການໄອຍະການປະຊາຊົນສູງສຸດ ແລະ ສະຖາບັນຊ່ວຍເຫຼືອດ້ານກົດໝາຍ ແລະວິຊາການ ຈາກລຸກຊຳບວກ ILSTA. ກິດຈະກຳນີ້ແມ່ນສ່ວນໜຶ່ງຂອງຊຸດຝຶກອົບຮົມທີ່ ສະຖາບັນ ILSTA ຈັດຂຶ້ນສຳລັບ ພະນັກງານບັງຄັບໃຊ້ກົດໝາຍໃນຂອບເຂດທົ່ວປະເທດ.

ການຝຶກອົບຮົມແມ່ນໄດ້ສຸມໃສ່ການສຶກສາລົງເລີດກ່ຽວກັບ ການຄ້າມະນຸດ, ການລັກລອບນຳຄົນເຂົ້າ-ອອກເມືອງ ແລະ ການນຳສະເໜີກ່ຽວກັບການຕໍ່ຕ້ານການຟອກເງິນ. ໜ່ວຍງານຂໍ້ມູນຕໍ່ຕ້ານການຟອກເງິນ ຂອງທະນາຄານແຫ່ງ ສປປລາວ ຍັງໄດ້ນຳສະເໜີ ບົດບາດ ແລະ ໜ້າທີ່ຂອງຕົນໃນການຕໍ່ຕ້ານ ການຟອກເງິນໃນຂອບເຂດທົ່ວປະເທດ. ຜູ້ເຂົ້າຮ່ວມໄດ້ພ້ອມກັນສຶກສາຄົ້ນຄວ້າ ກໍລະນີສຶກສາ ແລະ ວິເຄາະຂໍ້ກົດໝາຍໃນຂັ້ນຕອນການດຳເນີນຄະດີຕາມກອບກົດໝາຍ.

ຊຸດຝຶກອົບຮົມຄັ້ງນີ້ ກ່າວເປີດຢ່າງເປັນທາງການໂດຍທ່ານ ໄຊຊະນະ ໂຄດພູທອນ ຮອງປະທານອົງໄອຍະການສູງສຸດ ຂອງ ສປປລາວ, ເຊິ່ງທ່ານໄດ້ຮຽກຮ້ອງໃຫ້ພະນັກງານທີ່ເຂົ້າຮ່ວມ ຕັ້ງໃຈຮໍ່າຮຽນເອົາປະສົບການ ແລະ ວິທີປະຕິບັດທີ່ດີຂອງສາກົນ. ພະນັກງານອົງການໄອຍະການປະຊາຊົນ ແລະ ປກສ ຈາກ ນະຄອນຫຼວງວຽງຈັນ, ແຂວງຝົ້ງສາລີ, ຫົວພັນ, ຊຽງຂວາງ ແລະ ອຸດົມໄຊ ຖືກເຊີນເຂົ້າຮ່ວມໃນຄັ້ງນີ້.

ການນຳສະເໜີໂດຍຫຍໍ້ກ່ຽວກັບປະເພດຂອງອາຊະຍາກຳເຊັ່ນ: ອາຊະຍາກຳທາງສິ່ງແວດລ້ອມເຊັ່ນ: ການຄ້າຂາຍສັດປ່າທີ່ຜິດກົດໝາຍ; ອາຊະຍາກຳຮຸນແຮງ; ອາຊະຍາກຳຢາເສບຕິດ; ຮວມທັງອາຊະຍາກຳທີ່ເກີດຂຶ້ນໃໝ່ເຊັ່ນ: ອາຊະຍາກຳທາງຄອມພິວເຕີ ແລະ ອາຊະຍາກຳຄໍເສື້ອຂາວ(ກ່ຽວກັບການສໍ້ລາດບັງຫຼວງ) ແລະ ສິ້ນສຸດດ້ວຍ ການນຳສະເໜີສະເພາະກ່ຽວກັບ ການຕ້ານການຟອກເງິນ.

ຊຸດຝຶກອົບຮົມດັ່ງກ່າວເຊິ່ງໄດ້ຮັບການຊ່ວຍເຫຼືອທາງການເງິນຈາກ ກະຊວງການເງິນລຸກຊຳບວກ ຈະຊ່ວຍປັບປຸງ ຄວາມຮັບຮູ້, ຄວາມເຂົ້າໃຈ ແລະ ນຳສະເໜີວິທີປະຕິບັດທີ່ດີ ໃນການຕໍ່ສູ້ກັບອາຊະຍາກຳປະເພດຕ່າງໆທີ່ມີການຈັດຕັ້ງ ແລະ ກໍ່ເຊື່ອມໂຍງກັບການຟອກເງິນ.

 

6 3 2 4

Comments are closed.